• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບ​ປະ​ກັນ​ເປົ້າ​ໝາຍ​ຮອດ​ປີ 2025 ຕ້ອງ​ກໍ່​ສ້າງ​ສຳ​ເລັດ​ໄລ​ຍະ​ທີ 1 ຂອງ​ໂຄງ​ການ​ກໍ່​ສ້າງ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ລອງ​ແທັ່ງ

ວັນທີ 6 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ລົງກວດກາໂຄງການ, ກະຕຸກຊຸກຍູ້, ໃຫ້ກຳລັງໃຈກຳມະກອນກໍ່ສ້າງໂຄງການທ່າອາກາດສະຍານສາກົນ ລອງແທັ່ງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ລົງກວດກາໂຄງການ, ກະຕຸກຊຸກຍູ້, ໃຫ້ກຳລັງໃຈກຳມະກອນກໍ່ສ້າງໂຄງການທ່າອາກາດສະຍານສາກົນ ລອງແທັ່ງ (ພາບ: VOV)

ຕາມແຜນນະໂຍບາຍ ເຊິ່ງສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາໃນເດືອນມິຖຸນາ 2015 ແລ້ວ, ສະໜາມບິນ ລອງແທັ່ງ ໄດ້ຮັບການກໍ່ສ້າງດ້ວຍຄວາມສາມາດຮັດໃຊ້ຜູ້ໂດຍສານ 100 ລ້ານເທື່ອຄົນ ແລະ ສິນຄ້າ 5 ລ້ານໂຕນຕໍ່ປີ. ການກໍ່ສ້າງໄດ້ແບ່ງອອກເປັນ 3 ໄລຍະ ດ້ວຍຍອດເງິນລົງທຶນຄາດວ່າ ປະມານ 16 ຕື້ USD.

ທີ່ການເຮັດວຽກກັບຄະນະຄຸ້ມຄອງໂຄງການ ທ່າອາກາດສະຍານສາກົນ ລອງແທັ່ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໂຄງການທ່າອາກາດສະຍານສາກົນ ລອງແທັ່ງ ແມ່ນໂຄງການໃຫຍ່, ໂຄງການຈຸດສຸມລະດັບຊາດ. ດັ່ງນັ້ນ, ຕ້ອງມີການປ່ຽນແປງຈິນຕະນາການ, ວິທີການວິເຄາະ, ວິທີການສຳຜັດກັບບັນຫາໃຫ້ແທດເໝາະກັບສະພາບການໃໝ່ ແລະ ຂອບຂະໜາດຂອງໂຄງການກໍ່ສ້າງຈຸດສຸມລະດັບຊາດ. ບັນດາກະຊວງ, ຂະແໜງການຕ້ອງພິຈາລະນາຈັດແບ່ງທຶນຮອນໃຫ້ແກ່ໂຄງການ, ລະດົມທຶນຈາກຫຼາຍແຫຼ່ງທຶນທີ່ແຕກຕ່າງກັນ ແລະ ມີແບບວິທີລະອຽດ, ຈະແຈ້ງ ແລະ ມີຄວາມເປັນໄປໄດ້. ກະກຽມວັດສະດຸຢ່າງຄົບຖ້ວນ, ກຽມພ້ອມຮັບໃຊ້ການກໍ່ສ້າງ. ຮັບປະກັນໃຫ້ບັນລຸເປົ້າໝາຍ ຮອດປີ 2025 ຕ້ອງສຳເລັດການກໍ່ສ້າງໄລຍະທີ 1 ຂອງໂຄງການກໍ່ສ້າງທ່າອາກາດສະຍານສາກົນ ລອງແທັ່ງ.
(ແຫຼ່ງຄັດຈາກ VOV)

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ພາຍຫຼັງທີ່ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ດຳເນີນໃນຕອນຄ່ຳວັນທີ 2 ກໍລະກົດ ໄດ້ປະກາດນັ້ນ, ປະຊາຄົມວິສາຫະກິດ ແລະ ວົງການນັກຊ່ຽວຊານໄດ້ຕັ້ງຄວາມຫວັງຕໍ່ບັນດາສັນຍານອັນຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

Top