ໃນວັນທີ 6 – 7 ກັນຍາ, ຄະນະປະຕິບັດງານລະຫວ່າງຂະແໜງ (ຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບວຽກງານຕ້ານການຂຸດຄົ້ນ IUU) ໂດຍທ່ານພັນເອກພິເສດ ບຸຍອຽນຕິ້ງ, ຮອງຫົວໜ້າກົມສູ້ຮົບ, ກົມໃຫຍ່ເສນາທິການ (ອົງການປະຈຳຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບວຽກງານຕ້ານການຂຸດຄົ້ນ IUU), ເປັນຫົວໜ້າຄະນະ ໄດ້ລົງກວດກາວຽກງານຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍປະຕິບັດຕາມ ຂໍ້ກຳນົດ (IUU) ຢູ່ປ້ອມທະຫານຊາຍແດນ ໂຊງດົກ ແລະ ກອງບັນຊາການທະຫານຊາຍແດນແຂວງ ກ່າເມົາ . ກ່າວຄຳເຫັນທີ່ການເຮັດວຽກກັບຄະນະການນຳແຂວງກ່າເມົາ, ທ່ານພັນເອກພິເສດ ບຸຍອຽນຕິງ ຮຽກຮ້ອງໃນໄລຍະຈະມາເຖິງ, ບັນດາຫົວໜ່ວຍຕ້ອງເຕົ້າໂຮມກຳລັງ, ພາຫະນະສືບຕໍ່ຜັນຂະຫຍາຍການປະຕິບັດບັນດາຄຳສັ່ງຊີ້ນຳຂອງລັດຖະບານ, ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນແຂວງກ່າເມົາກ່ຽວກັບວຽກງານຕ້ານ IUU ຢ່າງຂ້ຽວຂາດ, ມີປະສິດທິຜົນ.






