• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນການຮ່ວມມືສາມຝ່າຍກຳປູເຈຍ-ລາວ-ຫວຽດນາມ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນອາຊຽນ-ອີຢູ ຄົບຮອບ 45ປີ ທີ່ນະຄອນ Brussels ປະເທດແບນຊິກ, ຕອນເຊົ້າວັນທີ 14 ທັນວານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ.
  ການພົບປະກັນລະຫວ່າງນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ, ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ  

ນີ້ແມ່ນການພົບປະສາມຝ່າຍຄັ້ງທຳອິດລະຫວ່າງນາຍົກລັດຖະມົນຕີ 3 ທ່ານ ນັບແຕ່ໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ.   ທີ່ການ ພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ໄດ້ເຫັນດີເປັນເອກະສັນກັນຊຸກຍູ້ການຮ່ວມມືກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ; ເພີ່ມທະວີການເຊື່ອມຈອດກັນຢ່າງມີປະສິດທິຜົນຂອງ 3 ພື້ນຖານເສດຖະກິດ, ຖືນີ້ແມ່ນບັນດາບຸລິມະສິດຍຸດທະສາດຂອງ 3 ປະເທດໃນໄລຍະຈະມາເຖິງ. ນາຍົກລັດຖະມົນຕີ 3 ທ່ານເຫັນດີສືບຕໍ່ຮັກສາການພົບປະສອງຝ່າຍ ແລະ ສາມຝ່າຍເປັນປົກກະຕິ, ໃນນັ້ນມີການສົມທົບກັນຈັດຕັ້ງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 12 (ຢູ່ກຳປູເຈຍ) ແລະ ເລັ່ງລັດຜັນຂະຫຍາຍແຜນການເຄື່ອນໄຫວເຊື່ອມຕໍ່ 3 ພື້ນຖານເສດຖະກິດ CLV ໃນປີ 2030.

ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນ, ການນຳ 3 ປະເທດຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ, ປະກອບສ່ວນຮັກສາ ແລະ ປັບປຸງຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດເປັນໃຈກາງຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຕີລາຄາສູງການປະກອບສ່ວນຂອງລາວໃນບົດບາດເປັນຜູ້ປະສານງານການພົວພັນອາຊຽນ - ອົດສະຕາລີ, ຢືນຢັນວ່າ ຫວຽດນາມ ສະໜັບສະໜູນ ແລະ ໜູນຊ່ວຍ ລາວ ປະຕິບັດໜ້າທີ່ປະທານອາຊຽນ ໃນປີ 2024 ໃຫ້ສຳເລັດຜົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top