ຂ່າວສານ
ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຊີ້ນຳວຽກງານກູ້ໄພກູ້ຊີບເຫດເຮືອທ່ອງທ່ຽວລົ້ມຢູ່ອ່າວ ຮະລອງ
ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ເປົ້າໝາຍສູງສຸດແມ່ນພະຍາຍາມຊອກຫາໄວທີ່ສຸດ ເພື່ອຫວັງວ່າ ຈະກູ້ຊີບໄດ້ຜູ້ຍັງມີຊີວິດຢູ່ ແລະ ຊອກຫາຊາກສົບຂອງຜູ້ປະສົບເຄາະຮ້າຍທັງໝົດ. ທ່ານຮອງນາຍົກລັດຖະມົນຕີ ກໍໃສ່ໃຈວ່າ ຢູ່ເຂດດິນຕໍ່ແຜ່ນ, ແຂວງ ກວ໋າງນິງ ຕ້ອງກະກຽມຕ້ອນຮັບຍາດພີ່ນ້ອງຂອງຜູ້ປະສົບເຄາະຮ້າຍມາຮັບຊາກສົບຂອງພີ່ນ້ອງຕົນ; ດຳເນີນບັນດາບັ້ນເຄື່ອນໄຫວລະດົມກຳລັງໃຈ, ຢື້ຢາມຖາມຂ່າວ, ເບິ່ງແຍງໃຫ້ແກ່ຄອບຄົວຂອງຜູ້ປະສົບເຄາະຮ້າຍ.
ພາຍຫຼັງຄວາມມານະພະຍາຍາມຂອງກຳລັງເຈົ້າໜ້າທີ່, ໃນເວລາ 2 ໂມງ 02 ນາທີ່ຂອງວັນທີ 20 ກໍລະກົດ, ເຮືອທ່ອງທ່ຽວ ວິ້ງແຊງ 58 ໝາຍເລກ QN-7105 ໄດ້ຮັບການຍົກຂຶ້ນຈາກນ້ຳ ແລະ ນຳເຂົ້າຝັ່ງ ເພື່ອໃຫ້ບັນດາອົງການເຈົ້າໜ້າທີ່ມີຄວາມຮັບຜິດຊອບສືບຕໍ່ສືບສວນ. ຮອດຈຸດເວລາປັດຈຸບັນ, ຜູ້ປະສົບເຄາະຮ້າຍທີ່ໄດ້ຮັບການຊອກຫາກູ້ໄພກູ້ຊີບ ແມ່ນ 47 ຄົນ. ໃນນັ້ນ ມີຜູ້ເສຍຊີວິດ 37 ຄົນ ແລະ 10 ຄົນໄດ້ຮັບການກູ້ເອົາຊີວິດ.