• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຝູ່ງກວກຫຽນ ກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກ,ນ້ຳຖ້ວມຢູ່ແຂວງ ລາຍເຈົາ

      ວັນທີ 28 ມິຖຸນາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຝູ່ງກວກຫຽນ ໄດ້ນຳໜ້າຄະນະປະຕິບັດງານລົງກວດກາ, ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກ,ນ້ຳຖ້ວມ; ຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈຍາດຕິພີ່ນ້ອງບັນດາຜູ້ປະສົບເຄາະຮ້າຍ ແລະ ບັນດາຄອບຄົວຖືກເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມຢູ່ແຂວງ ລາຍເຈົາ. 

ທ່ານຮອງປະທານສະພາແຫ່ງຊາດ ຝູ່ງກວກຫຽນ ໄດ້ຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈຍາດຕິພີ່ນ້ອງ
ບັນດາຜູ້ປະສົບເຄາະຮ້າຍ ຢູ່ແຂວງ ລາຍເຈົາ. 
      ໃນການປະຕິບັດງານຄັ້ງນີ້, ທ່ານຮອງປະທານສະພາແຫ່ງຊາດ ຝູ່ງກວກຫຽນ ໄດ້ກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຢູ່ເມືອງ ຕາມເດືອງ, ເຕິນອວຽນ ແລະ ທານອວຽນ. ນະທີ່ນີ້, ທ່ານ ຝູ່ງກວກຫຽນ ຮຽກຮ້ອງອຳນາດການປົກຄອງບັນດາທ້ອງຖິ່ນ ສຸມໃສ່ເຂົ້າໃນວຽກງານແກ້ໄຂຜົນຮ້າຍຢ້ອນຫລັງ, ຍົກຍ້າຍບັນດາຄອບຄົວອອກຈາກເຂດທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ. ພາຍຫລັງເກີດເຫດນ້ຳແກ່ງ, ດິນເຊາະເຈື່ອນ, ອຳນາດການປົກຄອງແຂວງ ລາຍເຈົາ ທຸກຂັ້ນຫໄດ້ເອົາໃຈໃສ່ ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ກະກຽມທັນຍາຫານ, ນ້ຳດື່ມ, ວຽກງານປ້ອງກັນ, ຕ້ານເຊື້ອພະຍາດພາຍຫລັງເກີດໄພທຳມະຊາດ; ສ້ອມແປງລະບົບຄົມມະນາຄົມ, ໄຟຟ້າ, ລະບົບຕິດຕໍ່ເພື່ອເຊື່ອມຕໍ່ ເມື່ອເກີດກໍລະນີຄືດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top