ຂ່າວສານ
ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງໃຫ້ສ້າງລະບອບລະບຽບການຄຸ້ມຄອງຂໍ້ມູນ IUU ໃຫ້ສົມບູນແບບ
ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງກ່ຽວກັບ IUU ຕາມການສ່ອງແສງຂອງຄະນະກຳມະການເອີຣົບ (EC) ຢ່າງຂາດຂັ້ນ, ສ້າງລະບອບລະບຽບການຄຸ້ມຄອງຂໍ້ມູນ IUU ໃຫ້ສົມບູນແບບ. ນີ້ແມ່ນສິ່ງທີ່ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກ ໃນກອງປະຊຸມຄັ້ງທີ 24 ຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 2 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ.
ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ໄລ່ຮອດວັນທີ 29 ພະຈິກ, ຈຳນວນກ່ຳປັ່ນຫາປາທີ່ບັນດາທ້ອງຖິ່ນພວມມີໃນປັດຈຸບັນ ໄດ້ຈົດທະບຽນ ແລະ ອັບເດັດໃນປະຕູຖານຂໍ້ມູນອາຊີບຫາປາແຫ່ງຊາດ (Vnfishbase) ແມ່ນ 79.243 ລຳ, ບັນລຸ 100%. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງວ່າ ຮອດວັນທີ 15 ທັນວາ, ບັນດາກະຊວງ ແລະ ບັນດາທ້ອງຖິ່ນ ຈົ່ງສຸມໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ພິເສດແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການສ່ອງແສງຂອງຄະນະກຳມະການເອີຣົບ (EC) ກ່ຽວກັບການຕ້ານການຂຸດຄົ້ນ IUU; ບັນດາຕົວເລກກ່ຽວກັບກ່ຳປັ່ນຫາປາ, ການລະເມີດ, ສິດອຳນາດໃນການຄຸ້ມຄອງ…








