• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດີ່ງເຫ້ວຊົມເຊີຍ USAID ໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ

ໃນຕອນບ່າຍວັນທີ 7 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບທ່ານ Michael Greene, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ (USAID) ປະຈຳ ຫວຽດນາມ.

ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ
ທ່ານ Michael Greene, ຜູ້ອຳນວຍການ USAID ປະຈຳ ຫວຽດນາມ
(ພາບ: TTXVN)
      ທ່ານ Michael Greene, ອົງການພັດທະນາສາກົນ ອາເມລິກາ ໄດ້ມີການຮ່ວມມືກັບ ຫວຽດນາມ ໃນຫຼາຍປີຜ່ານມາ, ຜ່ານບັນດາໂຄງການໜູນຊ່ວຍດ້ານເຕັກນິກກ່ຽວກັບການບໍລິຫານລັດ ແລະ ພັດທະນາເສດຖະກິດ. USAID ພວມອອກແບບສອງໂຄງການໜູນຊ່ວຍດ້ານເຕັກນິກໃຫ້ ຫວຽດນາມ ລວມມີ ການໜູນຊ່ວຍປະຕິບັດລາຍການສ້າງຄວາມສະດວກດ້ານການຄ້າ ແລະ ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ. ຍອດຈຳນວນມູນຄ່າຊ່ວຍເຫຼືອລ້າຂອງສອງໂຄງການແມ່ນ ກວ່າ 50 ລ້ານ USD .
        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຢືນຢັນວ່າ ລັດຖະບານ ຫວຽດນາມ ຕີລາຄາສູງບັນດາການປະກອບສ່ວນເວົ້າລວມ  ກໍ່ຄືບັນດາການເຄື່ອນໄຫວລະອຽດຂອງ USAID ທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ແລະ ການບໍລິຫານແຫ່ງຊາດ. ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ບັນດາໂຄງການ USAID ໄດ້ເລືອກຕັ້ງແມ່ນເໝາະສົມທີ່ສຸດກັບຄວາມຕ້ອງການຂອງຫວຽດນາມໃນປັດຈຸບັນ. ລັດຖະບານ ຫວຽດນາມ ຊົມເຊີຍ ແລະ ຊຸກຍູ້ບັນດາກະຊວງ, ຂະແໜງການເພື່ອມີໂຄງການຜັນຂະຫຍາຍໃຫ້ມີປະສິດທິຜົນດີທີສຸດ.
ແຫຼ່ງຄັດຈາກ VOV

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top