ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ
ທີ່ການພົບປະ, ຜູ້ມີສິດເລຶອກຕັ້ງເກືອບທັງໝົດຖືວ່າ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 14 ນັ້ນ, ບັນດາວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ດຳເນີນໃນບັນຍາກາດປະຊາທິປະໄຕ, ດຶງດູດຄວາມສົນໃຈຂອງບັນດາ ຜູ້ມີສິດເລຶອກຕັ້ງ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ຢືນຢັນວ່າ ລັດຖະບານ ຈະສືບຕໍ່ນຳບັນດາປະມວນກົດໝາຍ, ມະຕິ, ດຳລັດ, ຄຳສັ່ງ…ເຂົ້າສູ່ຊີວິດຕົວຈິງ. ບັນດາຮ່າງກົດໝາຍທີ່ໄດ້ຮັບການປະກອບຄຳເຫັນ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 14 ນັ້ນ ແມ່ນມີຄວາມໝາຍສຳຄັນໃນຊີວິດສັງຄົມ, ຮັບໃຊ້ຂະບວນວິວັດແຫ່ງການພັດທະນາ ແລະ ເຊື່ອມໂຍງສາກົນຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)