• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງ​ການ OECD ສະເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ຄົບ​ຮອບ 60 ປີ

ໂລກຄວນມີເສດຖະກິດຮູບແບບໃໝ່ ເພື່ອຫຼຸດພົ້ນອອກຈາກວິກິດການຄວບຄູ່ໃນປັດຈຸບັນ, ໃນນັ້ນຄວນເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງສານໄປຍັງພິທີສະເຫຼີມສະຫຼອງ (ພາບ:TTXVN)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຄົບຮອບ 60 ປີ (ວັນທີ 14 ທັນວາ 1960 – 14 ທັນວາ 2020), ທ່ານເລຂາທິການໃຫຍ່ OECD Angel Gurria ຢັ້ງຢືນວ່າ OECD ຍາມໃດກໍມານະພະຍາຍາມປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ອີງໃສ່ລະບຽບກົດໝາຍ, ຊຸກຍູ້ການເຕີບໂຕເສດຖະກິດທົ່ວໂລກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ຢັ້ງຢືນວ່າ ໂລກຄວນມີເສດຖະກິດຮູບແບບໃໝ່ ເພື່ອຫຼຸດພົ້ນອອກຈາກວິກິດການຄວບຄູ່ໃນປັດຈຸບັນ, ໃນນັ້ນຄວນເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

        ໃນສານສົ່ງໄປຍັງພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫວັງວ່າ OECD ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບ ຫວຽດນາມ ຮັບເອົາທຳນຽມທີ່ດີ, ມີຄວາມເໝາະສົມ ເພື່ອຍູ້ແຮງການສ້າງໂຄງປະກອບຄືນໃໝ່, ຍົກສູງກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ຄຸນນະພາບການເຕີບໂຕ, ເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top