• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່​ຈາກ ອາ​ເມ​ລິ​ກາ

ວັນ​ທີ 18 ເມ​ສາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ໃຫ້​ຮູ້​ວ່າ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່​ຈາກ ອາ​ເມ​ລິ​ກາ ພ້ອມ​ທັງ​ຢັ້ງ​ຢືນ​ຈະ​ບໍ່​ປະ​ນິ​ປະ​ນອມ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ກັບ ວໍ​ຊິງ​ຕັນ.
  ກ່ຳ​ປັ່ນ​ຂົນ​ສົ່ງ​ສິ​ນ​ຄ້າ​ລຳ​ໜຶ່ງ ພວມ​ເຄື່ອນ​ຍ້າຍ​ຢູ່ເກາະ Qeshm, ອີ​ຣານ ໃນ​ວັນ​ທີ 18/4/2026 (ພາບ: AP/Asghar Besharati)  

ໃນ​ການ​ຖະ​ແຫຼງ​ການ, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ຢັ້ງ​ຢືນ​ວ່າ ດ້ວຍ​ການ​ມີ​ໜ້າ​ຂອງກອງ​ບັນ​ຊາ​ການກອງ​ທັບ ປາ​ກິດ​ສະ​ຖານ ຢູ່ ເຕ​ເຮ​ຣານ ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້​, ຝ່າຍ ອາ​ເມ​ລິ​ກາ ໄດ້​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່. ປັດ​ຈຸ​ບັນ, ເຕ​ເຮ​ຣານ ພວມ​ພິ​ຈາ​ລະ​ນາ ແລະ ຍັງ​ບໍ່​ທັນ​ຍົກ​ອອກ​ຄຳ​ຕອບ​ກັບ​ໃດ​ໆ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ກໍ​ເວົ້າ​ຕື່ມ​ວ່າ ຄະ​ນະ​ເຈ​ລະ​ຈາ​ຂອງ ອີ​ຣານ ຈະ​ບໍ່​ຍົກ​ອອກ​ບໍ່​ວ່າ​ການ​ປະ​ນິ​ປະ​ນອມ, ຖອນຫຼັງ ຫຼື ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃດ ເຖິງວ່າ ໜ້ອຍ​ສຸດ ແລະ ຈະ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຊາດ​ດ້ວຍ​ກຳ​ລັງ​ແຮງ​ທັງ​ໝົດ​ຂອງ​ຕົນ.

ຕາມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ແລ້ວ, ເຕ​ເຮ​ຣານ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ການ​ຕິດ​ຕາມ ແລະ ຄວບ​ຄຸມ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz “ຈົນ​ເຖິງ​ເມື່ອ​ໃດ​ສົງ​ຄາມ​ສິ້ນ​ສຸດ​ຢ່າງ​ເຕັມ​ສ່ວນ”.

(ແຫຼ່ງຄັດຈາກ VOV)

ສູນ​ກາງ​ຊາວ​ໜຸ່ມ ສ້າງ​ຕັ້ງ 7 ໂຄງ​ການ​ດຳ​ເນີນງ​ານ

ສູນ​ກາງ​ຊາວ​ໜຸ່ມ ສ້າງ​ຕັ້ງ 7 ໂຄງ​ການ​ດຳ​ເນີນງ​ານ

ວັນ​ທີ 19 ເມ​ສາ ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ຈັດ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຮ່ຳ​ຮຽນ, ເຊື່ອມ​ຊຶມ​ມະ​ຕິ ແລະ ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XIV ຂອງ​ພັກ.

Top