• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຣານ ຢັ້ງຢືນຜູ້ນຳສູງສຸດ Ali Khamenei ເສຍຊີວິດ. ສືບຕໍ່ບັນດການບຸກໂຈມຕີໂຕ້ຕອບລະຫວ່າງ ອີຣານ ແລະ ອິດສະຣາແອັນ

ຊ່ອງໂທລະພາບ ອີຣານ ໃຫ້ຮູ້ວ່າ ທ່ານ Ali Khamenei, ມີໜ້າຢູ່ຫ້ອງການໃຈກາງ ເຕເຮຣານ ເມື່ອ ອາເມລິກາ ແລະ ອິດສະຣາແອັນ ປຸກລະດົມການບຸກໂຈມຕີຄັ້ງທຳອິດ.
  ຊ່ອງໂທລະພາບແຫ່ງລັດ ອີຣານ ໄດ້ຢັ້ງຢືນວ່າ ຜູ້ນຳສູງສຸດ ອີຣານ Ali Khamenei, ຜູ້ນຳດ້ານຈິດໃຈສູງສຸດຂອງ ອີຣານ ໄດ້ເສຍຊີວິດ (ພາບ: Majid Asgaripour/WANA via REUTERS)  

ຮຸ່ງເຊົ້າວັນທີ 01 ມີນາ (ຕາມເວລາທ້ອງຖິ່ນ), ຊ່ອງໂທລະພາບແຫ່ງລັດ ອີຣານ ໄດ້ຢັ້ງຢືນວ່າ ຜູ້ນຳສູງສຸດ ອີຣານ Ali Khamenei, ຜູ້ນຳດ້ານຈິດໃຈສູງສຸດຂອງ ອີຣານ ໄດ້ເສຍຊີວິດໃນການບຸກໂຈມຕີທາງອາກາດຂອງ ອາເມລິກາ ແລະ ອິດສະຣາແອັນ ໃນວັນທີ 28 ກຸມພາ.

ຊ່ອງໂທລະພາບ ອີຣານ ໃຫ້ຮູ້ວ່າ ທ່ານ Ali Khamenei, ມີໜ້າຢູ່ຫ້ອງການໃຈກາງ ເຕເຮຣານ ເມື່ອ ອາເມລິກາ ແລະ ອິດສະຣາແອັນ ປຸກລະດົມການບຸກໂຈມຕີຄັ້ງທຳອິດ. ບັນດາພາບຖ່າຍຈາກດາວທຽມໂດຍ Airbus ປະກາດໄດ້ຊີ້ໃຫ້ເຫັນວ່າ ສະຖານທີ່ດັ່ງກ່າວຖືກບຸກໂຈມຕີທາງອາກາດຢ່າງດຸເດືອດ. ລັດຖະບານ ອີຣານ ໄດ້ປະກາດພິທີໄວ້ທຸກລະດັບຊາດເປັນເວລາ 40 ວັນ, ຈະມີ 7 ວັນພັກບຸນໃນທົ່ວປະເທດ. ປະຈຸບັນ, ວົງການເຈົ້າໜ້າທີ່ ອີຣານ ຍັງບໍ່ທັນປະກາດຜູ້ຮັບດຳລົງຕຳແໜ່ງຕໍ່ໄປແທນໃຫ້ຜູ້ນຳສູງສຸດ Ali Khamenei.

ຕາມສຳນັກຂ່າວສານ ຊິນຮວາ, ທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ; ທ່ານ Gholamhossein Mohseni Ejei, ປະທານສານສູງສຸດ ແລະ ສະມາຊິກທ່ານໜຶ່ງຈາກສະພາຜູ້ພິທັກ ຈະຮັບໜ້າທີ່ຊົ່ວຄາວປະຕິບັດບັນດາສິດຂອງຜູ້ນຳສູງສຸດ Ali Khamenei. ໃນຂະນະນັ້ນ, ກອງກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ຖະແຫຼງຈະໂຕ້ຕອບ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top