• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ ແລະ ອີຣານ ເຊື່ອມຕໍ່ການເຈລະຈານິວເຄຼຍໃນທ້າຍເດືອນ ພະຈິກ

ຄາດວ່າ ການເຈລະຈາຈະຈັດຂຶ້ນຢູ່ ເຊີແນວ, ປະເທດ ສະວິດ, ເຊິ່ງຈະກົງກັບຈຸດເວລາທ່ານ Donald Trump ກັບຄືນທຳນຽບຂາວໃນເດືອນ ມັງກອນ 2025.
(ພາບປະກອບ: GETTY IMAGES/TTXVN)

ວັນທີ 24 ພະຈິກ, ບັນດາແຫຼ່ງຂ່າວດ້ານການທູດຢັ້ງຢືນວ່າ, ປະເທດນີິ້ຈະດຳເນີນການເຈລະຈາກັບ ອັງກິດ, ຝລັ່ງ, ເຢຍລະມັນ (ຫຼືເອີ້ນວ່າກຸ່ມ E3) ແລະ ສະຫະພາບ ເອີລົບ (ອີຢູ) ໃນວັນທີ 29 ພະຈິກ ຈະມາເຖິງ, ເພື່ອແນໃສ່ຟື້ນຟູຂໍ້ຕົກລົງທີ່ໄດ້ລົງນາມໃນປີ 2015 ລະຫວ່າງ ເຕເຮຣານ ກັບ 6 ປະເທດມະຫາອຳນາດ, ໃນນັ້ນມີກຸ່ມ E3 ແລະ ອາເມລິກາ.

ຕາມບັນດາແຫຼ່ງຂ່າວແລ້ວ, ຄາດວ່າ ການເຈລະຈາຈະຈັດຂຶ້ນຢູ່ ເຊີແນວ, ປະເທດ ສະວິດ, ເຊິ່ງຈະກົງກັບຈຸດເວລາທ່ານ Donald Trump ກັບຄືນທຳນຽບຂາວໃນເດືອນ ມັງກອນ 2025. ໃນອາຍຸການທຳອິດຂອງທ່ານປະທານາທິບໍດີ Donald Trump, ອາເມລິກາ ໄດ້ຖອນອອກຈາກຂໍ້ຕົກລົງມີຊື່ວ່າ ແຜນການດຳເນີນງານຮ່ວມຢ່າງຮອບດ້ານ (JCPOA) ໃນເດືອນ ພຶດສະພາ 2018, ຈັດວາງບັນດາຄຳສັ່ງລົງໂທດຄືນໃໝ່ ແລະ ກະຕຸກຊຸກຍູ້ໃຫ້ ອີຣານ ຮັດແຄບຄຳໝັ້ນສັນຍາຈຳນວນໜຶ່ງຂອງຕົນ.

ບັນດາຄວາມມານະພະຍາຍາມເພື່ອຟື້ນຟູຂໍ້ຕົກລົງໄດ້ເລີ່ມຜັນຂະຫຍາຍແຕ່ເດືອນ ເມສາ 2021 ຢູ່ ວຽນ, ປະເທດ ໂອຕາລິດ. ເຖິງຢ່າງໃດກໍ່ຕາມ, ຜ່ານການເຈລະຈາຫຼາຍຄັ້ງ, ບັນດາຝ່າຍຍັງບໍ່ທັນບັນລຸໄດ້ບາດກ້າວຄວາມຄືບໜ້າແຕ່ຢ່າງໃດ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top