• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ, ຫວຽດນາມ ມານະພະຍາຍາມລົງນາມສັນຍາການຄ້າເສລີ 2 ຝ່າຍ

ໃນການພົບປະລະຫວ່າງທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີ່ນຕ໋ວນແອງ ແລະ ຄະນະກຳມະການການຄ້າ ອີຢູ ທ່ານນາງ Cecilia Malstrom, 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ຄວາມເປັນເອກະພາບກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງຂອງສັນຍາໂດຍໄວ. 
 
ພິທີລົງນາມລະຫວ່າງ 2 ຝ່າຍ

(ພາບ: Kim Chung/ນັກຂ່າວສຳນັກຂ່າວສານ ຫວຽດນາມ)
      ໃນລະຫວ່າງວັນທີ 1 – 2 ທັນວາ, ຢູ່ ບຣຸກແຊນ, ທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພາບເອີລົບ (ອີຢູ). ເນື້ອໃນການຢ້ຽມຢາມແມ່ນສຸມໃສ່ເຂົ້າໃນການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍກັບ ອີຢູ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ເພື່ອແນໃສ່ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ໂດຍໄວ. ໃນການພົບປະລະຫວ່າງທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີ່ນຕ໋ວນແອງ ແລະ ຄະນະກຳມະການການຄ້າ ອີຢູ ທ່ານນາງ Cecilia Malstrom, 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ຄວາມເປັນເອກະພາບກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງຂອງສັນຍາໂດຍໄວ. 2 ຝ່າຍໄດ້ແລກປ່ຽນບັນດາຄຳເຫັນລະອຽດ, ອີງໃສ່ການກວດກາຕີລາຄາ ບັນດາວຽກງານຍັງຄົງຄ້າງ ເພື່ອສ້າງ EVFTA ໃຫ້ສົມບູນແບບ, ຈາກນັ້ນ, ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຕ້ອງຜັນຂະຫຍາຍໃນໄລຍະຈະມາເຖິງເພື່ອສາມາດສ້າງສັນຍາໃຫ້ສຳເລັດໃນຕົ້ນປີ 2018.
        ແລະກໍ່ໃນຂອບເຂດການຢ້ຽມຢາມ EU, ໂດຍຕາງໜ້າລັດຖະບານ ຫວຽດນາມ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ແລະ ຜູ້ຕາງໜ້າ ອີຢູ, ທ່ານ Stefano Manservisi, ຫົວໜ້າກົມໃຫຍ່ຮ່ວມມື ແລະ ພັດທະນາສາກົນ, ໄດ້ລົງນາມໃນສັນຍາ ກ່ຽວກັບການເງິນ ທີ່ສະຫງວນໃຫ້ໂຄງການ “ໜູນຊ່ວຍນະໂຍບາຍພັດທະນາພະລັງງານ ແລະ ເພີ່ມທະວີການສຳພັດກັບພະລັງງານແບບຍືນຍົງເຖິງເຂດຊົນນະບົດ, ເຂດພູດອຍ ແລະ ເຂດທະເລໝູ່ເກາະ” ນຳໃຊ້ທຶນ ຊ່ວຍເຫຼືອລ້າ ODA ໂດຍ EU ອຸປະຖຳ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top