• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນເດຍພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ

ການ​ເຈ​ລະ​ຈາ​​ລະ​ຫວ່າງ 2 ​ຝ່າຍ
(ພາ​ບ: viettimes.vn)
      ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ອິນ​ເດຍ, ວັນ​ທີ 28/03, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ ເຈືອງ​ມິງ​ຕ໋ວນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​​ຕີກະ​ຊວງ​ເອ​ເ​ລັກ​ໂຕ​ນິກ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ອິນ​ເດຍ Ravi Shankar Prasad. ກ່າວ​ຄຳ​ເຫັນ​ທີ່​​ການພົບ​ປະ​ເຈ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມິງ​ຕ໋ວນ ໄດ້​ຕີ​ລ​າ​ຄາ​ວ່າ, ອິນ​ເດຍ ແມ່ນ​ປະ​ເທດ​ມີ​ການ​ພັດ​ທະ​ນາ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ສື່​ສານ​ຢ່າງ​ແຮງ. ສະ​ນັ້ນ, ຫວຽດ​ນາມ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບົດ​ຮຽນ​ຂອງ​ລັດ​ຖະ​ບານ​ອິນ​ເດຍ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ ແລະ ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ; ປາດ​ຖະ​ໜາ​ວ່າ​ຢາກ​ຮ່ວມ​ມື​ກັບກະ​ຊວງເອ​ເລັກ​ໂຕ​ນິກ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ອິນ​ເດຍ ຢ່າງ​ແໜ້ນ​ແຟ້ນ.
        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ Prasad ຢືນ​ຢັນ​ວ່າ, ອິນ​ເດຍ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ກັບ​ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ​ໃຫ້​ຮູ້​ວ່າ, ອິນ​ເດຍ ພ້ອມ​ແລ​້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ຂົງ​ເຂດ​ບຳ​ລຸງ​ສ້າງ, ເຄືອ​ຂ່າຍ​ເອ​ເລັກ​ໂຕ​ນິກ​ຮັບ​ໃຊ້​ການ​ບຳ​ລຸງ​ສ້າງ, ຄົ້ນ​ຄວ້າ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ໂດຍ​ສະ​ເພາະ​ແມ່ນ​ໃຫ້​ບັນ​ດາ​ເຂດ​ຊົນ​ນະ​ບົດ…
        ພາຍ​ຫຼັງ​ການ​ເຈ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມິງ​ຕວນ ຍັງ​ພົບ​ປະ​ກັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຫ​ະ​ພັນ​ບັນ​ດາ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ອິນ​ເດຍ, ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ໂຄ​ລະ​ຄົມ​ມະ​ນາ​ຄົມ​ຫວຽດ​ນາມ - ອິນ​ເດຍ….
 (ແຫຼ່ງຄັດຈາກ VOV)
 

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

Top