• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດ​ສະ​ລາ​ແອັນ ປິດ​ປະ​ຕູດ່ານ​ຊາຍ​ແດນ Rafah

ຮາ​ມາດ​ໄດ້​ຕຳ​ໜິ​ຕິ​ຕຽນ​ການ​ກະ​ທຳ​ດັ່ງ​ກ່າວ​ໃນ​ທັນ​ທີ. ໃນ​ສານ​ທາງ​ວີ​ດີ​ໂອ, ທ່ານ Qassem ໂຄ​ສົກ​ຮາ​ມາດ ກ່າວ​ຫາ​ການ​ກະ​ທຳ​ປິດ​ລ້ອມ​ເຂດ​ຊາຍ​ແດນ Rafah ແມ່ນສ່ວນ​ໜຶ່ງ​ໃນ​ເຈດ​ຈຳ​ນົງ “ຮັດ​ແໜ້ນ​ການ​ປິດ​ລ້ອມ” ຂອງ​ອິດ​ສະ​ລາ​ແອັນ “ສຳ​ລັບ​ເຂດ​ກາ​ຊາ”.
  ດ່ານ​ຊາຍ​ແດນ Rafah (ພາບ:Amr Abdallah Dalsh/REUTERS)  

ວັນ​ທີ 20 ເມ​ສາ, ອົງ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ ປາ​ແລັດ​ສະ​ຕິນ​ຢູ່​ເຂດ​ກາ​ຊາ ໄດ້​ປະ​ກາດ​ວ່າ ອິດ​ສະ​ລາ​ແອັນ ໄດ້​ປິດ​ປະ​ຕູ​ດ່ານ​ຊາຍ​ແດນ Rafah ລະ​ຫວ່າງ​ປະ​ເທດ​ນີ້​ກັບ ເອ​ຢິບ, ຜ່ານ​ນັ້ນ ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ຄົນ​ເຈັບ ແລະ ຜູ້​ຮັບ​ບາດ​ເຈັບ​ໄປ ປິ່ວ​ປົວ​ຢູ່​ຕ່າງ​ປະ​ເທດ​​ຖືກ​ຂາດ​ວັກ​ຂາດ​ຕອນ.

ຮາ​ມາດ​ໄດ້​ຕຳ​ໜິ​ຕິ​ຕຽນ​ການ​ກະ​ທຳ​ດັ່ງ​ກ່າວ​ໃນ​ທັນ​ທີ. ໃນ​ສານ​ທາງ​ວີ​ດີ​ໂອ, ທ່ານ Qassem ໂຄ​ສົກ​ຮາ​ມາດ ກ່າວ​ຫາ​ການ​ກະ​ທຳ​ປິດ​ລ້ອມ​ເຂດ​ຊາຍ​ແດນ Rafah ແມ່ນສ່ວນ​ໜຶ່ງ​ໃນ​ເຈດ​ຈຳ​ນົງ “ຮັດ​ແໜ້ນ​ການ​ປິດ​ລ້ອມ” ຂອງ​ອິດ​ສະ​ລາ​ແອັນ “ສຳ​ລັບ​ເຂດ​ກາ​ຊາ”. ທ່ານ​ໂຄ​ສົກ Hamas ເລ່ງ​ທວງ​ບັນ​ດາ​ຜູ້​ເປັນ​ກາງ​ໄກ​ເກ່ຍ ແລະ ບັນ​ດາ​ຝ່າຍ​ຮັບ​ປະ​ກັນ​ຄຳ​ສັ່ງ​ຢຸດ​ຍິງ​ແຊກ​ແຊງ ແລະ ສ້າງ​ຄວາມ​ກົນ​ດັນ​ເພື່ອ​ໃຫ້​ຝ່າຍ ອິດ​ສະ​ລາ​ແອັນ ຍົກ​ເລີກ​ຄຳ​ສັ່ງ​ປິດ​ລ້ອມ.

ໃນ​ການ​ກະ​ທຳ​ອື່ນ, ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເຮືອນ ເຂດ​ກາ​ຊາ ໃຫ້​ຮູ້​ວ່າ ມີ​ຊາວ​ປະ​ແລດ​ຕິນ​ສອງ​ຄົນ​ເສຍ​ຊີ​ວິດ ແລະ ຢ່າງ​ໜ້ອຍ​ສຸດ 10 ຄົນ​ຮັບ​ບາດ​ເຈັບ ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິດ​ສະ​ລາ​ແອັນ ທີ່​ເລັ່ງ​ໃສ່​ບັນ​ດາ​ປ້ອມ​ຄວບ​ຄຸມ​ຂອງ​ຕຳຫຼວດ, ຄ້າຍ​ລີ້​ໄພ​ຂອງ​ຜູ້​ຄົນ​ອົບ​ພະ​ຍົບ ແລະ ບັນ​ດາ​ການ​ເຕົ້າ​ໂຮມ​ກັນ​ຢູ່​ທົ່ວ​ເຂດ​ດິນ​ແດນ ຂອງ​ປາ​ແລັດ​ສະ​ຕິນ.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top