ທ່ານ Israel Katz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ຢັ້ງຢືນວ່າ ການບຸກໂຈມຕີໄດ້ເຂັ່ນຂ້າຕາຍສະມາຊິກ ຮູທີ ນັບສິບຄົນ, ທຳລາຍສາງເກັບ UAV ແລະ ອາວຸດຂອງກຸ່ມນີ້ຫຼາຍແຫ່ງ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 24 ກັນຍາ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ໄດ້ຂຽນລົງໃນສື່ສັງຄົມອອນໄລ X ໂດຍກ່າວເຕືອນ ຮູທີ ຈະຖືກເສຍຫາຍຢ່າງໜັກໜ່ວງ ເພາະວ່າບໍ່ຍອມຖອດຖອດບົດຮຽນຈາກ ອີຣານ, ລີບັງ ແລະ ກາຊາ, ແລະ ສືບຕໍ່ປຸກລະດົມບັ້ນບຸກໂຈມຕີຕ້ານ ອິດສະຣາແອັນ.
ພາຍຫຼັງບັ້ນບຸກໂຈມຕີຂອງ ອິດສະຣາແອັນ ພຽງ 2 – 3 ຊົ່ວໂມງ, ຮູທີ ໄດ້ຍິງລູກສອນໄຟນຳວິທີໄປທາງ ອິດສະຣາແອັນ ໃນຕອນກາງຄືນ. ລະບົບປ້ອງກັນອາກາດ ອິດສະຣາແອັນ ໄດ້ສະກັດກັ້ນລູກສອນໄຟຂອງ ຮູທີ ສຳເລັດ ແລະ ບັ້ນບຸກໂຈມຕີບໍ່ກໍ່ຜົນເສຍຫາຍຫຼາຍພໍປານໃດ.