• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດ​ສະ​ຣາ​ແອັນ ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກ

ວັນ​ທີ 09 ເມ​ສາ, ຄະ​ນະ​ລັດ​ຖະ​ບານ ອິ​ດ​ສະ​ຣາ​ແອັນ ໄດ້​ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ​ໃນ​ສະ​ພາບ​ການ​ປະ​ເທດ​ນີ້​ພວມ​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ທາງ​​ທະ​ຫານ​ໃນຫຼາຍ​ສະ​ໜາມ​ຮົບ.
  (ພາບ​ປະ​ກອບ: Reuters)  

ຕາມ​ບັນ​ດາ​​ແຫຼ່ງ​ຂ່າວ​ແລ້ວ, ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່ ຈະ​ໄດ້​​ຈ​ັດ​ແບ່ງ​ຢູ່ຫຼາຍ​ເຂດ​ທີ່​ແຕກ​ຕ່າງ​ກັນ​ໃນ​ຝັ່ງ​ຕາ​ເວັນ​ຕົກ, ໃນ​ນັ້ນ ມີ​ທັງ​ບັນ​ດາ​ເຂດ​ທີ່​ເຄີຍ​ປະ​ຕິ​ບັດ​ແຜນ​ການ “ຖອຍຫຼັງ” ເມື່ອ​ປີ 2005. ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ບັນ​ຫາ​ເຂດ​ຕັ້ງ​ຖິ່ນ​ຖານ ແລະ ລະ​ບຽບ​ການ​ຂອງ​ຝັ່​ງ​ຕາ​ເວັນ​ຕົກ​ສືບ​ຕໍ່​ແມ່ນ​ເນື້ອ​ໃນ​ກໍ່​ຄວາມ​ໂຕ​້​ຖ​ຽງ​ກັນ​ໃນ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກຳ​ລັງ​ການ​ເມືອງ​ຈໍ​າ​ນວນ​ໜຶ່ງ​ຢູ່ ອິດ​ສະ​ຣາ​ແອັນ ໄດ້​ຊຸກ​ຍູ້​ບັນ​ດາ​ແຜນ​ການ​ເປີດກວ້າງ​ອະ​ທິ​ປະ​ໄຕ ຫຼື “ນຳ​ໃຊ້​ກົດ​ໝາຍ ອິດ​ສະ​ຣາ​ແອັນ” ສຳ​ລັບ​ສ່ວນ​ໜຶ່ງ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ ຈໍ​ແດນ ​ເປັນ​ເທື່ອ​ລະ​ກ້າວ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ເຂດ​ທີ່​ມີ​ຊາວ​ຢິວ ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນວນຫຼາຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ຂໍ້​ສະ​ເໜີ​ນີ້ພວມ​ປະ​ເຊີນ​ໜ້າ​ກັບຫຼາຍ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ໃນ​ຄະ​ນະ​ລັດ​ຖະ​ບານ ອິດ​ສະ​ຣາ​ແອັນ ກໍ​ຄື ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ປະ​ຊາ​ຄົມ​ສາ​ກົນ.

ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ເລື່ອງ​ເປີດກວ້າງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານນັ້ນ ອາດ​ຈະສົ່ງ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ການ​ປັດ​ຈຸ​ບັນ ແລະ ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ໃນ​ອະ​ນາ​ຄົດ​ໃນ​ສະ​ພາບ​ການ ອິດ​ສະ​ຣາ​ແອັນ ຕ້ອງ​ສືບ​ຕໍ່​ຕ້ອງ​ພິ​ຈາ​ລະ​ນາ​ລະ​ຫວ່າງ​ບັນ​ດາ​ຄຳ​ຮ​ຽກ​ຮ້ອງ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ, ການ​ເມືອງ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ຢູ່​ພາກ​ພື້ນ​ທີ່​ມີ​ການ​ຜັນ​ແປຫຼາຍ​ຢ່າງ.

(ແຫຼ່ງຄັດຈາກ VOV)

ຄຳ​ຖະ​ແຫຼງ​ທີ່ກົງ​ກັນ​ຂ້າມ​​ກັນຂອງ​ການ​ນຳ ອີ​ຣານ, ອາ​ເມ​ລິ​ກາ ກ່ອນ​​ດຳ​ເນີນ​ການເຈ​ລະ​ຈາ

ຄຳ​ຖະ​ແຫຼງ​ທີ່ກົງ​ກັນ​ຂ້າມ​​ກັນຂອງ​ການ​ນຳ ອີ​ຣານ, ອາ​ເມ​ລິ​ກາ ກ່ອນ​​ດຳ​ເນີນ​ການເຈ​ລະ​ຈາ

ວັນ​ທີ 10 ເມ​ສາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນຫຼວງ Islamabad (ປາ​ກິດ​ສະ​ຖານ), ຄະ​ນະ​ຜູ້​ແທນ ອີ​ຣານ ແລະ ອາ​ເມ​ລິ​ກາ ມີ​ການ​ເຈ​ລະ​ຈາ​ສຳ​ຄັນ ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ເກືອບ 6 ອາ​ທິດ.

Top