2 ຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງ 2 ກຳລັງປ້ອງກັນຄວາມສະຫງົບຂອງ 2 ປະເທດໃຫ້ມີປະສິດທິຜົນ
ທ່ານພັນຕີ ແອນ ອຸ່ນອານົງນຸດ, ຮອງລັດຖະມົນຕີ ທັງເປັນຫົວໜ້າກົມປ້ອງກັນຄວາມສະຫງົບ, ກະຊວງຕຳຫຼວດ ລາວ (ພາບ: TTXVN)
ຕອນເຊົ້າວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ຈັດກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 16. ທ່ານພົນໂທ ຟ້າມເທຕຸງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານພັນຕີ ແອນ ອຸ່ນອານົງນຸດ, ຮອງລັດຖະມົນຕີ ທັງເປັນຫົວໜ້າກົມປ້ອງກັນຄວາມສະຫງົບ, ກະຊວງຕຳຫຼວດ ລາວ, ເປັນປະທານກອງປະຊຸມ.
ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງ 2 ກຳລັງປ້ອງກັນຄວາມສະຫງົບຂອງ 2 ປະເທດໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນລະຫວ່າງບັນດາຫົວໜ່ວຍວິຊາການ ແລະ ຕຳຫຼວດທ້ອງຖິ່ນຕິດກັບຊາຍແດນ; ພິເສດ ຖືເປັນສຳຄັນກົນໄກແລກປ່ຽນຂໍ້ມູນ, ສະພາບການກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ ເພື່ອໃຫ້ 2 ປະເທດມີມາດຕະການປ້ອງກັນ, ສະກັດກັ້ນ, ຕໍ່ສູ້, ມາດຕະການຮັບປະກັນຄວາມສະຫງົບແຫ່ງຊາດໃນສະພາບການໃໝ່…
ນອກນັ້ນ, 2 ຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນດ້ານທັດສະນະ, ຫຼັກໝັ້ນຂອງ 2 ປະເທດຢູ່ບັນດາເວທີປາໄສການຮ່ວມມືຮັກສາຄວາມສະຫງົບສາກົນ ແລະ ພາກພື້ນ; ຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານການກໍ່ການຮ້າຍສາກົນຂອງບັນດາປະເທດໃນ ອາຊຽນ; ສົມທົບກັນຮັບປະກັນຄວາມສະຫງົບໃຫ້ແກ່ເຫດການໃຫຍ່ທີ່ຈັດຂຶ້ນຢູ່ ລາວ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.
ທີ່ກອງປະຊຸມ, ຮອງລັດຖະມົນຕີ 2 ທ່ານໄດ້ລົງນາມໃນບົດບັນທຶກກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ລາວ - ຫວຽດນາມ ຄັ້ງທີ 16.
(ແຫຼ່ງຄັດຈາກ VOV)