• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ “ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ” ຢ່າງ​ແຮງ

ການ​ເຮັດ​ວຽກແມ່ນ​ເພື່ອ​ແນ​ໃສ່​ຍູ້​ໄວ​ຄວາມ​ຄືບ​ໜ້າ​ການ​ຮ່ວມ​ມື​ກັບ​ຝ່າຍ ​ອາ​ເມ​ລິ​ກາ ໃນ​ການ​ຮັບ​ເອົາ​ຂໍ້​ມູນ ແລະ ຂົນ​ຂວາຍ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຮັບ​ໃຊ້​ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໃນ​ບັ້ນ​ເຄື່ອນ​ໄຫວ 500 ວັນ​ ແລະ ຄືນ.
  ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: VNA)  

ໃນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ, ວັນ​ທີ 10 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ຄະ​ນະ​ປະ​ຕິ​ບັດ​ງານ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ ຫວຽດນາມ ​ກ່ຽວ​ກັບ​ການ​ຄົ້ນຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ​ໂດຍ​ທ່ານ​ພົນ​ໂທ ຫງວຽນ​ວັນ​ເກົ໊າ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​ ຫວຽດນາມ, ຮອງ​ຫົວ​ໜ້າ​​ຜູ້ປະ​ຈຳການ​ຄະ​ນະ​ຊີ້​ນຳ​ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​​ເຮັດ​ວຽກ​ກັບ​ກຸ່ມ​ຄົ້ນ​ຄ້​ວາ​ຂຶ້ນ​ກັບ​ຂໍ້​ລິ​ເລີ່ມການຄົ້ນ​ຫາ​ຊາວ​ ຫວຽດ​ນາມ ທີ່ຫາຍສາບ​ສູນ​ໃນ​ສົງ​ຄາມ (VWAI). ການ​ເຮັດ​ວຽກແມ່ນ​ເພື່ອ​ແນ​ໃສ່​ຍູ້​ໄວ​ຄວາມ​ຄືບ​ໜ້າ​ການ​ຮ່ວມ​ມື​ກັບ​ຝ່າຍ ​ອາ​ເມ​ລິ​ກາ ໃນ​ການ​ຮັບ​ເອົາ​ຂໍ້​ມູນ ແລະ ຂົນ​ຂວາຍ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຮັບ​ໃຊ້​ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໃນ​ບັ້ນ​ເຄື່ອນ​ໄຫວ 500 ວັນ​ ແລະ ຄືນ.

ໃນ​ການ​ເຮັດ​ວຽກ, ກຸ່ມ​ຄົ້ນ​ຄ້​ວາ VWAI ໄດ້​ມອບ​​ເອ​ກະ​ສານ​ຈຳ​ນວນ​ໜຶ່ງໃຫ້​ຄະ​ນະ​ປະ​ຕິ​ບັດ​ງານ ​ກ່ຽວ​ກັບເຂດ​ຂຸມ​ຝັງ​ສົບ​ທະ​ຫານ ​ຫວຽດ​ນາມ ລວມ​ຢູ່​ເຂດ ​ກົ່ນ​ຕຽນ, ແຂວງ​ ກວາງ​ຈິ ໃນ​ບັ້ນບຸກ​ໂຈມ​ຕີປີ 1967, ຢູ່​ຖານ​ທີ່​ໝັ້ນການທະຫານ Blue ປີ 1971. ຜູ້ຕາງ​ໜ້າ​ກຸ່ມ VWAI ໄດ້​ສະ​ເໜີ​ຄະ​ນະ​ຊີ້​ນຳ 515 ແຫ່ງ​ຊາດ​ສືບ​ຕໍ່​ໜູນ​ຊ່ວຍ, ເປັນ​ຂົວ​ເຊື່ອມ​ຕໍ່, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ຄະ​ນະ​ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ​ເຊິ່ງຄາດ​ວ່າ​ຈະ​​ເດີນ​ທາງ​ກັບ​ມາ​ຢາມ​ສະ​ໜາມ​ຮົບ​ເກົ່າ​ຢູ່ ຫວຽດ​ນາມ, ນຳເອົາ​ຂໍ້​ມູນ, ວັດ​ຖຸພັນ​ອັນ​ລ້ຳ​ຄ່າມາ ຫວຽດນາມ ​ໃນ​ທ້າຍ​ປີ​ນີ້.

ໂດຍ​ຕາງ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ 515 ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທ່ານ​ພົນ​ໂທ ຫງວຽນ​ວັນ​ເ​ກົ໊າ ສະ​ເໜີໃຫ້​ ອາ​ເມ​ລິ​ກາ ສືບ​ຕໍ່​ເພີ່ມ​ທະ​ວີ​ແຫຼ່ງ​ກຳ​ລັງ​ແກ້​ໄຂ​ມົນ​ລະ​ພິດ​ດີ​ໂອ​ຊິນ​ຢູ່ ​ບຽນ​ຮວ່າ, ຝູ​ກາດ; ເປີດກວ້າງ​ໂຄງ​ກາ​ນ​ໜູນ​ຊ່ວຍ​ຄົນ​ພິ​ການ; ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ປະ​ຫວັດ​ສາດ, ໜູນ​ຊ່ວຍ​ເຕັກ​ໂນ​ໂລ​ຢີ ADN ແລະ ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ເຄື່ອ​ນ​ໄຫວ​ຄົ້ນ​ຫາ​ນາຍ​ທະ​ຫານ​ ອາ​ເມ​ລິ​ກາ ແລະ ທະ​ຫານ ຫວຽດ​ນາມ ທີ່​ຖືກ​ຫາຍ​ສາບ​ສູນ.

(ແຫຼ່ງຄັດຈາກ VOV)

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃຫ້ສົມກັບການພົວພັນ ຫວຽດນາມ - ອົດສະຕາລີ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃຫ້ສົມກັບການພົວພັນ ຫວຽດນາມ - ອົດສະຕາລີ

ທ່ານພົນເອກ ຟານວັນຢາງ ປາດຖະໜາຢາກພ້ອມກັບກະຊວງປ້ອງກັນປະເທດ ອົດສະຕາລີ ຫັນບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດກ່ຽວກັບການຮ່ວມມືດ້ານປ້ອງກັນຊາດເປັນລະອຽດ

Top