ທ່ານພົນເອກ ຟານວັນຢາງ ປາດຖະໜາຢາກພ້ອມກັບກະຊວງປ້ອງກັນປະເທດ ອົດສະຕາລີ ຫັນບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດກ່ຽວກັບການຮ່ວມມືດ້ານປ້ອງກັນຊາດເປັນລະອຽດ
ທ່ານພົນເອກ ຟານວັນຢາງ, ທີ່ການພົບປະເຈລະຈາ (ພາບ: VNA)
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ອົດສະຕາລີ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ຕອນເຊົ້າວັນທີ 12 ສິງຫາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານກະຊວງປ້ອງກັນປະເທດ ອົດສະຕາລີ, ທີ່ນະຄອນຫຼວງ Canberra, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ Richard Marles, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ.
ທີ່ການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ປາດຖະໜາຢາກພ້ອມກັບກະຊວງປ້ອງກັນປະເທດ ອົດສະຕາລີ ຫັນບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດກ່ຽວກັບການຮ່ວມມືດ້ານປ້ອງກັນຊາດເປັນລະອຽດ; ເພີ່ມທະວີການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ແທດຈິງລະຫວ່າງ 2 ກະຊວງປ້ອງກັນປະເທດ, ກອງທັບ 2 ປະເທດ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃຫ້ນັບມື້ນັບພັດທະນາ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ອົດສະຕາລີ.
ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ Richard Marles ຢືນຢັນວ່າ ພ້ອມແລ້ວທີ່ຈະພ້ອມກັບທ່ານພົນເອກ ຟານວັນຢາງ ແລະ ການນຳກະຊວງປ້ອງກັນປະເທດ ຫວຽດນາມ ມານະພະຍາຍາມຍູ້ແຮງ, ຍົກສູງປະສິດທິຜົນບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ, ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາໃຫ້ໝັ້ນຄົງເຂັ້ມແຂງ ໂດຍອີງໃສ່ຄວາມເຄົາລົບເຊິ່ງກັນແລະກັນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ກໍຄືສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.
ສິ້ນສຸດການພົບປະສົນທະນາ, 2 ຝ່າຍໄດ້ລົງນາມໃນເອກະສານອັບເດດຖະແຫຼງການວິໄສທັດລວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດ.
(ແຫຼ່ງຄັດຈາກ VOV)