ຂ່າວສານ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃຫ້ສົມກັບການພົວພັນ ຫວຽດນາມ - ອົດສະຕາລີ

ທ່ານພົນເອກ ຟານວັນຢາງ ປາດຖະໜາຢາກພ້ອມກັບກະຊວງປ້ອງກັນປະເທດ ອົດສະຕາລີ ຫັນບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດກ່ຽວກັບການຮ່ວມມືດ້ານປ້ອງກັນຊາດເປັນລະອຽດ
  ທ່ານພົນເອກ ຟານວັນຢາງ, ທີ່ການພົບປະເຈລະຈາ (ພາບ: VNA)  

ໃນ​ຂ​ອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອົດ​ສະ​ຕາ​ລີ ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ ຫວຽດ​ນາມ, ຕອນ​ເຊົ້າ​ວັ​ນ​ທີ 12 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ, ທີ່​ນະ​ຄອນ​ຫຼວງ Canberra, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ Richard Marles, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ.

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ເປັນ​ລະ​ອຽດ; ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ແທ​ດ​ຈິງ​ລະ​ຫວ່າງ 2 ກະ​ຊວງ​ປ​້ອງ​ກັນ​ປະ​ເທດ, ກອງ​ທັບ 2 ປະ​ເທດ; ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ສົມ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ ຫວຽດ​ນາມ - ອົດ​ສະ​ຕາ​ລີ.

ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ Richard Marles ຢືນ​ຢັນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ທ່າ​ນ​ພົນ​ເອກ ຟານ​ວັນ​ຢາງ ແລະ ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາ​ມ​ຍູ້​ແຮງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ ໂດ​ຍ​ອີງ​ໃສ່​ຄວາມ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ ກໍ​ຄື​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ.

ສິ້​ນ​ສຸດ​ການ​ພົບ​ປະ​ສົນ​ທະ​ນາ, 2 ຝ່າຍ​ໄດ້​ລົງ​ນາມ​​ໃນ​ເອ​ກະ​ສານ​ອັບ​ເດດ​ຖະ​ແຫຼງການ​ວິ​ໄສ​ທັດ​ລວມ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 2 ປະ​ເທດ.


top