• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ເປັນ​ເອ​ກະ​ພາບດຳ​ເນີນ​ການ​ສົນ​ທະ​ນາ​ແບບ​ທາງ​ໄກ​ກັບ​​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ

ທ່ານ​ເລ​ຂາ​​ທິ​ການ​ໃຫຍ່ ອາ​ຊຽນ Kao Kim Hourn ໃຫ້​ຮ​ູ້​ວ່າ ມຽນ​ມາ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​​ຢາກຊຸກ​ຍູ້​ສາຍ​ພົວ​ພັນ​ກັບ ອາຊຽນ ໃຫ້​ເປັນ​ປົກ​ກະ​ຕິ.
  ທ່ານ​ເລ​ຂາ​​ທິ​ການ​ໃຫຍ່ ອາ​ຊຽນ Kao Kim Hourn (ພາບ: REUTERS)  

ວັນ​ທີ 07 ພຶດ​ສະ​ພາ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບັນ​ດາ​ປະ​ເທດ ອາ​ຊຽນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈັດ​ກອງ​ປະ​ຊຸມ​ທາງ​ໄກ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ ເຊິ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ ມຽນ​ມາ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ທີ່​ພວມ​ດຳ​ເນີນ​ຢູ່ Cebu, ຟີ​ລິບ​ປິນ, ທ່ານ​ເລ​ຂາ​​ທິ​ການ​ໃຫຍ່ ອາ​ຊຽນ Kao Kim Hourn ໃຫ້​ຮ​ູ້​ວ່າ ມຽນ​ມາ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​​ຢາກຊຸກ​ຍູ້​ສາຍ​ພົວ​ພັນ​ກັບ ອາຊຽນ ໃຫ້​ເປັນ​ປົກ​ກະ​ຕິ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ປະ​ເທດສະ​ມາ​ຊິກ ອາ​ຊຽນ ຖື​ວ່າ ກ່ອນ​ອື່ນ​ໝົດ ມຽນ​ມາ ຕ້ອງ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຢ່າງ​ຈະ​ແຈ້ງ​ໃນ​ການຫຼຸດ​ຜ່ອນ​ການ​ປະ​ທະ​ກັນ, ຊຸກ​ຍູ້​ການ​ສົນ​ທ​ະ​ນາ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ.

ກໍ​ໃນ​ວັນ​ທີ 07 ພຶດ​ສະ​ພາ, ທ່ານ​ Datuk Seri Mohamad Hasan ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ ອາ​ຊຽນ ຍັງ​ບໍ່​ທັນ​ຍອມ​ຮັບ​ໃຫ້​ການ​ນຳ ມຽນ​ມາ​ ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ ອ​າ​ຊຽນ ຍ້ອນ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາ​ວະ​ຂາດ​ສະ​ຖຽນ​ລະ​ພາບ​ທີ່​ແກ່​ຍາວ​ຢູ່ ມຽນ​ມາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາ​ຊຽນ ກໍ​ຮັກ​ສາ​ບັນ​ດາ​ຊ່ອງ​ທາງ​ຕິດ​ຕໍ່​ເປີດ, ຮັກ​ສາ​ການ​ພົບ​ປະ ແລະ ຕິດ​ຕາມ​ສະ​ພາບ​ການ​ຜັນ​ແປ​ຢູ່ ມຽນ​ມາ ຢ່າງ​ໃກ້​ຊິດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຕອນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ວັນ​ບຸນ​ເກມ ຫວຽດ​ນາມ - Vietnam GameVerse 2026 ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ບືນ​ຕົວ​ອອກ​ສູ່​ທະ​ເລ​ທີ່​ກວ້າງ​ໃຫຍ່​ - Do local, go global" ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເຫ​ດ​ການ​ດັ່ງ​ກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງບ​ັນ​ດາ​ຄູ່​ຮ່ວມ​ມື​ມາ​ຈາກ ສ.ເກົ​າຫຼີ, ຈີນ, ອາ​ເມ​ລິ​ກາ, ຍີ່​ປຸ່ນ… ພ້ອມ​ດ້ວຍ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ, ຄື: Google, Meta, Bytedance, Roblox, Riot… ແລະ ບັນ​ດາ​ທິມ​ງານ Esports ທີ່​ມາ​ຈາກ 11 ປະ​ເທດ ອາ​ຊຽນ.

Top