• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ຈັດ​ຕັ້ງ​ກອງ​ປະ​ຊຸມ​ພິ​ເສດ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ມຽນ​ມາ

ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃຫ້ຮູ້ວ່າ ກຸ່ມນີ້ ຈະຈັດຕັ້ງກອງປະຊຸມພິເສດຂັ້ນລັດຖະມົນຕີການຕ່າງປະເທດ ກັບບັນດາປະເທດສະມາຊິກໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ.
ກຳລັງ ກອງທັບ ລາດຕະເວນ ຢູ່ Mandalay, Myanmar (ພາບ: TTXVN)

ນີ້ແມ່ນກອງປະຊຸມທຳອິດຂອງການນຳກະຊວງການຕ່າງປະເທດ 10 ປະເທດ ສະມາຊິກ ອາຊຽນ ນັບແຕ່ເມື່ອ ມຽນມາ ຕົກເຂົ້າສູ່ສະພາບຈົນຕາແຈດ້ານການເມືອງ ນັບແຕ່ຕົ້ນເດືອນກຸມພາມານີ້. ຕາມບັນດາແຫຼ່ງຂ່າວແລ້ວ, ບັນດາປະເທດສະມາຊິກຂອງ ອາຊຽນ ສ່ວນຫຼາຍ ຕ່າງກໍສະແດງຄວາມພ້ອມທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ໃນນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດ ມຽນມາ Wunna Maung Lwin ກໍຈະເຂົ້າຮ່ວມ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ສະນັ້ນ, ກອງປະຊຸມດັ່ງກ່າວຈະຖືກຈັດຂຶ້ນຕາມຮູບການອອນລາຍ ແລະ ຈັດຢູ່ຫໍປະຊຸມ. ວາລະປະຊຸມດຳເນີນຢູ່ຫໍປະຊຸມຈະຖືກຈັດຂຶ້ນຢູ່ນະຄອນຫຼວງ ຈາກາກຕາ ເຊິ່ງເປັນສະຖານທີ່ຕັ້ງສຳນັກງານຂອງ ຄະນະເລຂາ ອາຊຽນ. 
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top