• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ເຂົ້​າ​ຮ່ວມ​​ໃນ​ພ​ື້ນ​ຖານ​ເສດ​ຖະ​ກິດ

ກອງປະຊຸມສຳມະນາລວມມີ 2 ວາລະ, ວາລະທີ 1 ມີຫົວຂໍ້ “ສ້າງທ່າອ່ຽງ - ເປັນເຈົ້າພາທາງໃນການປ່ຽນແປງ - ຄູ່ຮ່ວມມືລະຫວ່າງບັນດາວິສາຫະກິດທີ່ມີການຫັນປ່ຽນ” ແລະ ວາລະທີ 2 ດ້ວຍຫົວຂໍ້ “ຫັນປ່ຽນການພົວພັນຄູ່ຮ່ວມມື ແລະ ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ ມຸ່ງໄປເຖິງເປົ້າໝາຍບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ແລະ ວາລະປຶກສາຫາລື “ຄູ່ຮ່ວມມື CSO - ວິສາຫະກິດ - ທ່າອ່ຽງ, ຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ”.

ກອງປະຊຸມສຳມະນາດ້ວຍຫົວຂໍ້ “ຫັນປ່ຽນການດຳເນີນທຸລະກິດຫັນປ່ຽນ - ຄູ່ຮ່ວມມື CSO ແລະ ມອບສິດໃຫ້ແກ່ແມ່ຍິງຮ່ວມເຂົ້າໃນພື້ນຖານເສດຖະກິດ - ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາເສດຖະກິດ”. (ພາບ:  TTXVN)

ໃນຂອບເຂດເວທີປາໄສປະຊາຊົນ ອາຊຽນ 2020 ທີ່ດຳເນີນໃນຕອນບ່າຍວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ສູນຄົ້ນຄວ້າບໍລິຫານ ແລະ ພັດທະນາແບບຍືນຍົງ (MSD), ສູນຄົ້ນຄວ້າກ່ຽວກັບເຄືອຂ່າຍອິນເຕີແນັດ ອາຊີ ປາຊີຟີກ (APRN) ແລະ ບັນດາຄູ່ຮ່ວມມືອື່ນໆທີ່ກ່ຽວຂ້ອງ ໄດ້ສົມທົບກັນຈັດຕັ້ງ ກອງປະຊຸມສຳມະນາດ້ວຍຫົວຂໍ້ “ຫັນປ່ຽນການດຳເນີນທຸລະກິດຫັນປ່ຽນ - ຄູ່ຮ່ວມມື CSO ແລະ ມອບສິດໃຫ້ແກ່ແມ່ຍິງຮ່ວມເຂົ້າໃນພື້ນຖານເສດຖະກິດ - ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາເສດຖະກິດ”. ກອງປະຊຸມສຳມະນາລວມມີ 2 ວາລະ, ວາລະທີ 1 ມີຫົວຂໍ້ “ສ້າງທ່າອ່ຽງ - ເປັນເຈົ້າພາທາງໃນການປ່ຽນແປງ - ຄູ່ຮ່ວມມືລະຫວ່າງບັນດາວິສາຫະກິດທີ່ມີການຫັນປ່ຽນ” ແລະ ວາລະທີ 2 ດ້ວຍຫົວຂໍ້ “ຫັນປ່ຽນການພົວພັນຄູ່ຮ່ວມມື ແລະ ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ ມຸ່ງໄປເຖິງເປົ້າໝາຍບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ແລະ ວາລະປຶກສາຫາລື “ຄູ່ຮ່ວມມື CSO - ວິສາຫະກິດ - ທ່າອ່ຽງ, ຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ”. ທີ່ກອງປະຊຸມສຳມະນາ ບັນດາຜູ້ແທນໄດ້ປຶກສາຫາລື ແລະ ວາງອອກບັນດາມາດຕະການຍົກສູງບົດບາດ ແລະ ເພີ່ມສິດ, ກຳລັງຄວາມສາມາດຂອງແມ່ຍິງໃນຂົງເຂດເສດຖະກິດ; ຊຸກຍູ້ການສຳຜັດກັບກາລະໂອກາດຊົມໃຊ້ຜົນປະໂຫຍດທີ່ເທົ່າທຽມກັນລະຫວ່າງ ເພດຍິງ ແລະ ເພດຊາຍ ກ່ຽວກັບວຽກເຮັດງານທຳ, ຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດ, ໂອກາດພັດທະນາ, ເຂົ້າຮ່ວມໃນລະບົບຕອບສະໜອງ…. ເພື່ອບັນລຸໄດ້ຄວາມວັດທະນາຖາວອນ ແລະ ພັດທະນາແບບຍືນຍົງຂອງແຕ່ລະວິສາຫະກິດ, ແຕ່ລະປະເທດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top