• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ການ​ໂອ້​ລົມ​ສົນ​ທະ​ນາ​ທາງ​ອອນ​ລາຍ​ລະ​ຫວ່າງ ອາ​ຊຽນ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (AEM-52), ຕອນຄ່ຳວັນທີ 26 ສິງຫາ, ບັນດາລັດຖະມົນຕີເສດຖະກິດອາຊຽນໄດ້ມີການໂອ້ລົມສົນທະນາທາງອອນລາຍຕາມຮູບການ “Troika ເປີດກ້ວາງ” ກັບລາຊະອານາຈັກອັງກິດ (UK).


ການໂອ້ລົມສົນທະນາທາງອອນລາຍລະຫວ່າງ ອາຊຽນ ແລະ ລາຊະອານາຈັກອັງກິດ

(ພາບ: congthuong.vn) 


ພາຍໃຕ້ການປະສານງານຂອງທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ທ່ານນາງ Elizabeth Truss ລັດຖະມົນຕີກະຊວງການຄ້າ ລາຊະອານາຈັກອັງກິດ, ສອງຝ່າຍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຜົນສະທ້ອນຈາກໂລກລະບາດ Covid – 19 ທີ່ມີຕໍ່ການເຕີບໂຕ ແລະ ພັດທະນາເສດຖະກິດຂອງບັນດາຝ່າຍ.

        ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມືເພື່ອຮັກສາ ແລະ ເຮັດໃຫ້ການພົວພັນດ້ານເສດຖະກິດລະຫວ່າງ ອາຊຽນ ແລະ UKເລິກເຊິ່ງກ່ວາອີກ, ຫຼຸດຜ່ອນຜົນສະທ້ອນທາງດ້ານເສດຖະກິດຈາກໂລກລະບາດ Covid - 19 ທີ່ມີຕໍ່ບັນດາພື້ນຖານເສດຖະກິດຂອງສອງຝ່າຍ, ເພີ່ມທະວີຄວາມໄຫວພິບ ຂອງບັນດາພື້ນຖານເສດຖະກິດຂອງສອງຝ່າຍ, ສືບຕໍ່ເດີນຕາມນະໂຍບາຍເສດຖະກິດ ເປີດກ້ວາງ ແລະ ໂປ່ງໃສ…

        ພ້ອມກັນນັ້ນ, ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນເພື່ອແນໃສ່ບັນລຸໄດ້ບັນດາໝາກຜົນທີ່ແທດຈິງ, ມຸ່ງໄປສູ່ກອງປະຊຸມລັດຖະມົນຕີອົງການການຄ້າໂລກ (WTO) ຄັ້ງທີ 12, ຊຸກຍູ້ວຽກເຮັດງານທຳ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ສອງຝ່າຍ, ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ເດີນຕາມເປົ້າໝາຍການຄ້າເສລີ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top