• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ,ຈີນ ເລີ່ມດຳເນີນຮອບເຈລະຈາດ້ານການຄ້າໃໝ່ໃນອາທິດຈະມາເຖິງ

      ວັນທີ 19 ມີນາ, ໜັງສືພິມ Wall Street Journal ຂອງອາເມລິກາ ໃຫ້ຂ່າວວ່າ, ປະເທດນີ້ ແລະ ຈີນ ພວມສ້າງແຜນການໃຫ້ແກ່ການເຈລະຈາຄັ້ງຕໍ່ໄປເຊິ່ງຈະເລີ່ມຕົ້ນໃນອາທິດຈະມາເຖິງ, ໃນຄວາມມານະພະຍາຍາມຢຸດຕິການຂັດແຍ້ງການຄ້າ 2 ຝ່າຍ.

(ພາບປະກອບ: AFP/TTXVN)
      ໜັງສືພິມ  Wall Street Journal ໄດ້ຄັດຄຳເວົ້າຂອງບັນດາເຈົ້າໜ້າທີ່ອາເມລິກາ ໂດຍໃຫ້ຮູ້ວ່າ, ຜູ້ຕາງໜ້າດ້ານການຄ້າອາເມລິກາ Robert Lighthizer ແລະ ທ່ານລັດຖະມົນຕີການຄ້າອາເມລິກາ Steven Mnuchin ມີແຜນການໄປຢ້ຽມຢາມປັກກິງ ໃນວັນທີ 25 ມີນາ ຈະມາເຖິງ ເພື່ອເຈລະຈາກັບທ່ານ ຫຼຽວເຄືອ, ຮອງນາຍົກລັດຖະມົນຕີ, ທັງແມ່ນຫົວໜ້າຄະນະເຈລະຈາຝ່າຍຈີນ.
        ສ່ວນທ່ານ ຫຼຽວເຄືອ ກໍ່ຈະໄປຢ້ຽມຢາມນະຄອນຫຼວງ ວໍຊິງຕັນ ໃນອາທິດທຳອິດຂອງເດືອນ ເມສາ.
        2 ປະເທດພວມຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງດ້ານການຄ້າ ເພື່ອຢຸດຕິການຂັດແຍ້ງກັນດ້ານການຄ້າໃນທ້າຍເດືອນເມສາ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top