ວັນທີ 19 ມີນາ, ໜັງສືພິມ Wall Street Journal ຂອງອາເມລິກາ ໃຫ້ຂ່າວວ່າ, ປະເທດນີ້ ແລະ ຈີນ ພວມສ້າງແຜນການໃຫ້ແກ່ການເຈລະຈາຄັ້ງຕໍ່ໄປເຊິ່ງຈະເລີ່ມຕົ້ນໃນອາທິດຈະມາເຖິງ, ໃນຄວາມມານະພະຍາຍາມຢຸດຕິການຂັດແຍ້ງການຄ້າ 2 ຝ່າຍ.
(ພາບປະກອບ: AFP/TTXVN)
ໜັງສືພິມ Wall Street Journal ໄດ້ຄັດຄຳເວົ້າຂອງບັນດາເຈົ້າໜ້າທີ່ອາເມລິກາ ໂດຍໃຫ້ຮູ້ວ່າ, ຜູ້ຕາງໜ້າດ້ານການຄ້າອາເມລິກາ Robert Lighthizer ແລະ ທ່ານລັດຖະມົນຕີການຄ້າອາເມລິກາ Steven Mnuchin ມີແຜນການໄປຢ້ຽມຢາມປັກກິງ ໃນວັນທີ 25 ມີນາ ຈະມາເຖິງ ເພື່ອເຈລະຈາກັບທ່ານ ຫຼຽວເຄືອ, ຮອງນາຍົກລັດຖະມົນຕີ, ທັງແມ່ນຫົວໜ້າຄະນະເຈລະຈາຝ່າຍຈີນ.
ສ່ວນທ່ານ ຫຼຽວເຄືອ ກໍ່ຈະໄປຢ້ຽມຢາມນະຄອນຫຼວງ ວໍຊິງຕັນ ໃນອາທິດທຳອິດຂອງເດືອນ ເມສາ.
2 ປະເທດພວມຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງດ້ານການຄ້າ ເພື່ອຢຸດຕິການຂັດແຍ້ງກັນດ້ານການຄ້າໃນທ້າຍເດືອນເມສາ.
(ແຫຼ່ງຄັດຈາກ VOV)