• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ໂຈະການເພີ່ມພາສີສຳລັບເຄື່ອງເຟີນີເຈີທີ່ນຳເຂົ້າຈຳນວນໜຶ່ງ

ຖະແຫຼງການຂອງທຳນຽບຂາວໃຫ້ຮູ້ວ່າ ອາເມລິກາ ພວມດຳເນີນບັນດາການເຈລະຈາທີ່ກ່ຽວຂ້ອງເຖິງການນຳເຂົ້າບັນດາຜະລິດຕະພັນຈາກໄມ້
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ (ພາບ: REUTERS/Brian Snyder)

ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ແຈ້ງຂໍ້ຕົກລົງໂຈະການຈັດວາງອັດຕາພາສີ 30% ສຳລັບເຄື່ອງເຟີນີເຈີທີ່ຫຸ້ມດ້ວຍແຜ່ນແພ ແລະ 50% ສຳລັບຕູ້ເຮືອນຄົວ ແລະ ໂຕະແຕ່ງໜ້າຮອດວັນທີ 01 ມັງກອນ 2027. ສະນັ້ນ, ເລື່ອງເພີ່ມອັດຕາພາສີສຳລັບບັນດາສິນຄ້າດັ່ງກ່າວໄດ້ຖອຍໄປຕື່ມ 1 ປີເມື່ອທຽບໃສ່ແຜນການກ່ອນໜ້ານັ້ນ.

        ຖະແຫຼງການຂອງທຳນຽບຂາວໃຫ້ຮູ້ວ່າ ອາເມລິກາ ພວມດຳເນີນບັນດາການເຈລະຈາທີ່ກ່ຽວຂ້ອງເຖິງການນຳເຂົ້າບັນດາຜະລິດຕະພັນຈາກໄມ້, ສະນັ້ນ, ທ່ານ Donald Trump ໄດ້ໂຈະການເພີ່ມພາສີເພື່ອ “ອະນຸຍາດໃຫ້ບັນດາການເຈລະຈາຕໍ່ໄປ ສືບຕໍ່ໄດ້ດຳເນີນກັບບັນດາປະເທດອື່ນ”. ພ້ອມກັນນັ້ນ, ຂໍ້ຕົກລົງນີ້ຂອງການນຳ ອາເມລິກາ ກໍ່ໄດ້ຍົກອອກມາໃນສະພາບທີ່ ການໃຊ້ຈ່າຍໃນການດຳລົງຊີວິດຂອງບັນດາຄອບຄົວຢູ່ ອາເມລິກາ ພວມຖືກເພີ່ມຂຶ້ນສູງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຕ້ອນຮັບຄະນະນັກທ່ອງທ່ຽວສາກົນທຳອິດມາຢ້ຽມຢາມ ແລະ ຄົ້ນຫາສະຖານທີ່ຕ່າງໆຢູ່ ຫວຽດນາມ.

Top