• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວ່າ 500.000 ຄົນເຂົ້າຮ່ວມການເດີນຂະບວນສະໜັບສະໜູນ ປາແລັດສະຕິນ

ບັນດາຜູ້ແຫ່ຂະບວນໄດ້ນຳເອົາປ້າຍຄຳຂວັນ ແລະ ຮ້ອງໂຮບັນດາຄຳຂວັນສະໜັບສະໜູນຊາວ ປາແລັດສະຕິນ, ຄັດຄ້ານເລື່ອງສືບຕໍ່ດຳເນີນສົງຄາມຂອງກອງທັບ ອິດສະຣາແອັນ ຕ້ານຊາວ ປາແລັດສະຕິນ ຢູ່ເຂດ ກາຊາ.
ມີປະມານ 500.000 ຄົນຢູ່ນະຄອນ Istanbul, ຕວັກກີ ໄດ້ພ້ອມກັນເດີນຂະບວນສະແດງການສະໜັບສະໜູນ ປາແລັດສະຕິນ (ພາບ: REUTERS/Dilara Senkaya)

ເນື່ອງໃນໂອກາດຕົ້ນປີໃໝ່ 2026, ວັນທີ 01 ມັງກອນ, ມີປະມານ 500.000 ຄົນຢູ່ນະຄອນ Istanbul, ຕວັກກີ ໄດ້ພ້ອມກັນເດີນຂະບວນຕາມຄຳປຸກລະດົມຂອງ 400 ອົງການສັງຄົມພົນລະເຮືອນຢູ່ປະເທດນີ້, ເພື່ອສະແດງການສະໜັບສະໜູນ ປາແລັດສະຕິນ.

ບັນດາຜູ້ແຫ່ຂະບວນໄດ້ນຳເອົາປ້າຍຄຳຂວັນ ແລະ ຮ້ອງໂຮບັນດາຄຳຂວັນສະໜັບສະໜູນຊາວ ປາແລັດສະຕິນ, ຄັດຄ້ານເລື່ອງສືບຕໍ່ດຳເນີນສົງຄາມຂອງກອງທັບ ອິດສະຣາແອັນ ຕ້ານຊາວ ປາແລັດສະຕິນ ຢູ່ເຂດ ກາຊາ. ກ່າວຄຳເຫັນໃນການເດີນຂະບວນ, ທ່ານ Bilal Erdogan, ລູກຊາຍຫຼ້າຂອງ ທ່ານ Recep Tayyip Erdogan, ປະທານາທິບໍດີ ຕວັກກີ, ຢືນຢັນວ່າ ຊາວ ຕວັກກີ ບໍ່ຈະບໍ່ຫຼົງລືມບັນຫາ ປາແລັດສະຕິນ, ປາດຖະໜາວ່າ ປີ 2026 ຈະນຳບັນດາຄວາມດີງາມມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ປາແລັດສະຕິນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຕ້ອນຮັບຄະນະນັກທ່ອງທ່ຽວສາກົນທຳອິດມາຢ້ຽມຢາມ ແລະ ຄົ້ນຫາສະຖານທີ່ຕ່າງໆຢູ່ ຫວຽດນາມ.

Top