• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ສປປ.ເກົາຫຼີ ຄິດໄລ່ຊັ່່ງຊາຄວາມອາດສາມາດໃນການແລກປ່ຽນລະຫວ່າງເຈົ້າໜ້າທີ່ຕິດຕໍ່ພົວພັນ

      ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong-un ຈະເຂົ້າຮ່ວມການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີຄັ້ງທີ 2 ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 27 – 28 ກຸມພາ ຢູ່ ຮ່າໂນ້ຍ

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong-un 
ຢູ່ເຂດພັກຜ່ອນບໍາລຸງສຸຂະພາບ Capella, ສິງກະໂປ (ພາບ: AP)
      ວັນທີ 18 ກຸມພາ, ຊ່ອງໂທລະພາບ CNN ຂອງ ອາເມລິກາ ໄດ້ໃຫ້ຂ່າວວ່າ ອາເມລິກາ ແລະ ສປປ.ເກົາຫຼີ ພວມຄິດໄລ່ຊັ່ງຊາຢ່າງຈິງຈັງ ກ່ຽວກັບຄວາມອາດສາມາດໃນການແລກປ່ຽນເຈົ້າໜ້າທີ່ຕິດຕໍ່ພົວພັນໃນສະພາບທີ່ການນໍາສອງປະເທດຄາດວ່າ ຈະພົບປະກັນຢູ່ຫວຽດນາມ ໃນອາທິດຕໍ່ໄປ. ຊ່ອງໂທລະພາບ CNN ໄດ້ຄັດສະເໜີແຫຼ່ງຂ່າວ ຈາກເຈົ້າໜ້າທີ່ທາງການທູດຂັ້ນສູງ 2 ຄົນ ຂອງ ອາເມລິກາ ໂດຍໃຫ້ຮູ້ວ່າ ຂັ້ນຕອນທໍາອິດເພື່ອແນໃສ່ສ້າງຕັ້ງການພົວພັນໃໝ່ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ອາດຈະແມ່ນການພົວພັນແລກປ່ຽນລະຫວ່າງເຈົ້າໜ້າທີ່ສອງຝ່າຍ. ຖ້າຫາກທຸກສິ່ງທຸກຢ່າງດໍາເນີນໄປຢ່າງສະດວກ, ອາເມລິກາ ຈະແຕ່ງຕັ້ງເຈົ້າໜ້າທີ່ຕິດຕໍ່ພົວພັນຈໍານວນໜຶ່ງໄປຍັງ ສປປ.ເກົາຫຼີ ເພື່ອສ້າງຕັ້ງຫ້ອງການຢູ່ ສປປ.ເກົາຫຼີ.
        ຕາມແຜນການແລ້ວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong-un ຈະເຂົ້າຮ່ວມການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີຄັ້ງທີ 2 ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 27 – 28 ກຸມພາ ຢູ່ ຮ່າໂນ້ຍ, ຫວຽດນາມ. ສອງຝ່າຍຄາດວ່າ ຈະສຸມໃສ່ບັນຫາປອດນິວເຄຼຍ ຢູ່ແຫຼມເກົາຫຼີ ແລະ ບັນດາມາດຕະການຄ້າຍຄືກັນຂອງ ອາເມລິກາ.
ແລ້ວ, ໄທຈະສົ່ງຂໍ້ສະເໜີດັ່ງກ່າວເຖິງບັນດາປະເທດສະມາຊິກຂອງ CPTPP.
 (ແຫຼ່ງຄັດຈາກ VOV)
 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top