• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ, ອິນເດຍ ປຶກສາຫາລືເລື່ອງເປີດກວ້າງ ແລະ ປັບປຸງການຮ່ວມມືສອງຝ່າຍ

ການນຳສອງທ່ານຍັງປຶກສາຫາລືຫລາຍບັນຫາຢູ່ພາກພື້ນ ລວມມີ: ຄວາມໝັ້ນຄົງຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ, ຕາເວັນອອກກາງ ແລະ ເອີລົບ

ວັນທີ 27 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ສອງຝ່າຍໄດ້ປຶກສາຫາລືເລື່ອງເປີດກວ້າງ ແລະ ປັບປຸງການຮ່ວມມືລະຫວ່າງ ອາເມລິກາ ແລະ ອິນເດຍ. ການນຳສອງທ່ານຍັງປຶກສາຫາລືຫລາຍບັນຫາຢູ່ພາກພື້ນ ລວມມີ: ຄວາມໝັ້ນຄົງຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ, ຕາເວັນອອກກາງ ແລະ ເອີລົບ, ທ່ານປະທານາທິບໍດີ Donald Trump ເນັ້ນຫນັກເຖິງຄວາມສຳຄັນຂອງ ອິນເດຍ ເພີ່ມການເກັບຊື້ບັນດາອຸປະກອນປ້ອງກັນຄວາມປອດໄພໂດຍອະເມລິກາ ຜະລິດ ແລະ ມຸ່ງໄປເຖິງການພົວພັນດ້ານການຄ້າສອງຝ່າຍຢ່າງຍຸຕິທຳ.

ສອງຝ່າຍກໍ່ໄດ້ປຶກສາຫາລືບັນດາແຜນການເພື່ອໃຫ້ ທ່ານນາຍົກລັດຖະມົນຕີ Narendra Modi ໄປຢ້ຽມຢາມ ອາເມລິກາ, ເນັ້ນຫນັກວ່າ: ກຳລັງແຮງຂອງການພົວພັນຍຸດທະສາດລະຫວ່າງສອງປະເທດ. ສອງຝ່າຍກໍ່ເນັ້ນຫນັກຢ່າງແຮງເຖິງຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອິນເດຍ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top