• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ມີຄວາມຫວັງ ຕໍ່ການເຈລະຈາດ້ານການຄ້າຄັ້ງຕ່າງໆທີ່ຈະມາເຖິງກັບ ຈີນ

      ບັນດາບັນຫາກ່ຽວກັບເງິນຕາ ຈະໄດ້ຍົກອອກມາປຶກສາຫາລືໃນໂຄງການດໍາເນີນງານລະຫວ່າງສອງຝ່າຍ

ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ  Steven Mnuchin ກ່າວຄໍາເຫັນທີ່ການຖະແຫຼງຂ່າວ ຢູ່ ວໍຂິງຕັນ (ພາບ: AFP/TTXVN)
      ວັນທີ 24 ມັງກອນ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ  Steven Mnuchin Steven Mnuchin ຖືວ່າ ອາເມລິກາ ແລະ ຈີນ ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາການຄ້າ. ກ່າວຄໍາເຫັນຕໍ່ວົງການນັກຂ່າວ ເນື່ອງໃນໂອກາດຈັດຕັ້ງກອງປະຊຸມບັນດາເຈົ້າຄອງລະຄອນ ຢູ່ ອາເມລິກາ, ທ່ານ Mnuchin ຢັ້ງຢືນວ່າ ທ່ານພວມລໍຄອຍການປຶກສາຫາລືກັບ ທ່ານຮອງນາຍົກລັດຖະມົນຕີ ຈີນ ລື໊ວເຄືອ ຄາດວ່າຈະດໍາເນີນໃນອາທິດຈະມາເຖິງ. ນອກຈາກນັ້ນ, ທ່ານ Mnuchin ກໍໃຫ້ຮູ້ວ່າ ບັນດາບັນຫາກ່ຽວກັບເງິນຕາ ຈະໄດ້ຍົກອອກມາປຶກສາຫາລືໃນໂຄງການດໍາເນີນງານລະຫວ່າງສອງຝ່າຍ. ທ່ານເນັ້ນໜັ້ກວ່າ ເງິນຕາ ແມ່ນສ່ວນໜຶ່ງຂອງບັນດາການປຶກສາຫາລື ແລະ ແມ່ນໜຶ່ງໃນບັນດາບັນຫາສໍາຄັນ. ໃນຂະນະນັ້ນ, ທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດ ຂອງທໍານຽບຂາວ ຖະແຫຼງວ່າ ການເຈລະຈາດ້ານການຄ້າຄັ້ງຕ່າງໆ ທີ່ຈະດໍາເນີນໃນໄລຍະຈະມາເຖິງລະຫວ່າງ ອາເມລິກາ ແລະ ຈີນ ຈະຕັດສິນວ່າ ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ສາມາດລົງນາມໃນຂໍ້ຕົກລົງການຄ້າ ໄດ້ ຫຼື ບໍ?
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top