• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ - ຈີນ ສົ່ງເສີມການເຊື່ອມຕໍ່ການເຈລະຈາດ້ານການຄ້າຄືນໃໝ່

      ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ ບັນດານັກເຈລະຈາ ອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຮ່ວມມື ຈີນ ເພື່ອແນໃສ່ປຶກສາຫາລືກ່ຽວກັບການຂັດແຍ້ງກັນທີ່ພວມເກີດຂຶ້ນລະຫວ່າງສອງປະເທດ. 

ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ແລະ ຜູ້ຕາງໜ້າດ້ານການຄ້າ Robert Lighthizer ແລະ ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ທີ່ການເຈລະຈາວັນທີ 2/2/2019  (ພາບ:  AFP/TTXVN) 
      ວັນທີ 09 ກໍລະກົດ, ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ ບັນດານັກເຈລະຈາ ອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຮ່ວມມື ຈີນ ເພື່ອແນໃສ່ປຶກສາຫາລືກ່ຽວກັບການຂັດແຍ້ງກັນທີ່ພວມເກີດຂຶ້ນລະຫວ່າງສອງປະເທດ. ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ແລະ ຜູ້ຕາງໜ້າດ້ານການຄ້າ Robert Lighthizer ໄດ້ໂອ້ລົມທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ແລະ ທ່ານລັດຖະມົນຕີກະຊວງການຄ້າຈີນ ຈາງຈີນ ເພື່ອແນໃສ່ເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ານການຄ້າໃຫຍ່ລະຫວ່າງ ອາເມລິກາ ແລະ ຈີນ, ພ້ອມທັງຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ເຈລະຈາໃນເວລາທີ່ເໝາະສົມ.
        ແລະກໍໃນວັນດຽວກັນ, ຫ້ອງການຕາງໜ້າ ອາເມລິກາ ໃຫ້ຮູ້ວ່າ ຈະຍົກເວັ້ນການຈັດວາງອັດຕາພາສີສູງສໍາລັບຜະລິດຕະພັນ 110 ປະເພດຂອງຈີນ ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ບໍລິສັດຈໍານວນໜຶ່ງຂອງ ອາເມລິກາ ທີ່ຖືກຜົນສະທ້ອນ ຈາກການຂຶ້ນພາສີອັດຕາພາສີຂອງ ອາເມລິກາ. ບັນຊີລາຍຊື່ບັນດາຜະລິດຕະພັນ ທີ່ໄດ້ຮັບການຍົກເວັ້ນພາສີໃນຄັ້ງນີ້ ລວມມີ ອຸປະກອນການແພດຈໍານວນໜຶ່ງ ແລະ ບັນດາຜະລິດຕະພັນເກັບໄຟຕົ້ນຕໍ ເຊິ່ງບັນດາບໍລິສັດຂອງ ອາເມລິກາ ນໍາເຂົ້າຈາກ ຈີນ. ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາມາດຕະການ “ໄກ່ເກ່ຍ” ທໍາອິດ ໃນສົງຄາມການຄ້າລະຫວ່າງສອງປະເທດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top