• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາເມລິກາ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ APEC ປີ 2023

ທຳນຽບຂາວແຈ້ງໃຫ້ຊາບວ່າ ອາເມລິກາ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃນປີ 2023.

ທຳນຽບຂາວແຈ້ງໃຫ້ຊາບວ່າ ອາເມລິກາ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃນປີ 2023.

ອາເມລິກາ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃນປີ 2023. (ພາບ: AFP/TTXVN)

ວັນທີ 10 ກຸມພາ, ທຳນຽບຂາວແຈ້ງໃຫ້ຊາບວ່າ ອາເມລິກາ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃນປີ 2023.

        ແຈ້ງການຊີ້ແຈ້ງວ່າ: “ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈວ່າ ອາເມລິກາ ຈະເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ APEC ປີ 2023, ເນັ້ນໜັກເຖິງຄຳໝັ້ນຂອງພວກຂ້າພະເຈົ້າໃນການຊຸກຍູ້ການຄ້າ ແລະ ການລົງທຶນຢ່າງມີຍຸດຕິທຳ ແລະ ເປີດເຜີຍ, ເພີ່ມທະວີກຳລັງແກ່ງແຍ້ງຂອງ ອາເມລິກາ ແລະ ຮັບປະກັນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ”. ຕາມທ່ານນາງໂຄສົກທຳນຽບຂາວ Jen Psaki ແລ້ວ, ບຸລິມະສິດແຖວໜ້າຂອງອຳນາດການປົກຄອງປະທານາທິບໍດີ Joe Biden ແມ່ນຊຸກຍູ້ບົດບາດເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ມີຄວາມໄວ້ເນື້ອເຊື່ອໃຈຂອງບັນດາພື້ນຖານເສດຖະກິດ APEC, ພ້ອມທັງຊອກຫາມາດຕະການແກ້ໄຂລວມ ເພື່ອເປີດກາລະໂອກາດທາງດ້ານເສດຖະກິດ, ຄວາມວັດທະນາຖາວອນ ແລະ ການພັດທະນາໃຫ້ໝົດທຸກຢ່າງ.

 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຖືເປັນສໍາຄັນການຮ່ວມມືຮອບດ້ານກັບ ໄທ: ຜູ້ນໍາຂັ້ນສູງສຸດ

ຫວຽດນາມ ຖືເປັນສໍາຄັນການຮ່ວມມືຮອບດ້ານກັບ ໄທ: ຜູ້ນໍາຂັ້ນສູງສຸດ

ໃນຕອນເຊົ້າວັນທີ 15 ກັນຍາ, ຢູ່ ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ ພຣະບາດສົມເດັດ ພຣະເຈົ້າມະຫາຊີວິດ ແຫ່ງ ຣາຊະອານາຈັກ ໄທ ມະຫາ ວະຊິຣາລົງກອນ ແລະ ສົມເດັດ ພຣະຣາຊິນີ ສຸທິດາ ຢ່າງເປັນທາງການ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພົບປະເຈລະຈາ ກັບ ພຣະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກ ໄທ.

Top