• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາທິດທີ 4 ຂອງການແຂ່ງຂັນຊອກຮູ້ກ່ຽວກັບປະຫວັດສາດສາຍພົວພັນ ພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ

ການແຂ່ງຂັນຄັ້ງນີ້ໄດ້ຮັບການຈັດຂຶ້ນຕາມຮູບແບບປາລະໄນແຕ່ລະອາທິດໃນເວບໄຊຂອງສື່ເອກເລັກໂຕນິກພັກກອມມູນິດ ຫວຽດນາມ, ສື່ສັງຄົມ VCNet ແລະ ບັນດາອົງການສື່ມວນຊົນສົມທົບກັນໃນເວລາ 12 ອາທິດຂອງການຈັດການແຂ່ງຂັນ, ແຕ່ວັນທີ 13/6/2022 – 5/9/2022.

ການແຂ່ງຂັນຄັ້ງນີ້ໄດ້ຮັບການຈັດຂຶ້ນຕາມຮູບແບບປາລະໄນແຕ່ລະອາທິດໃນເວບໄຊຂອງສື່ເອກເລັກໂຕນິກພັກກອມມູນິດ ຫວຽດນາມ, ສື່ສັງຄົມ VCNet ແລະ ບັນດາອົງການສື່ມວນຊົນສົມທົບກັນໃນເວລາ 12 ອາທິດຂອງການຈັດການແຂ່ງຂັນ, ແຕ່ວັນທີ 13/6/2022 – 5/9/2022.

    

ຄະນະຈັດຕັ້ງການແຂ່ງຂັນ “ຊອກຮູ້ກ່ຽວກັບປະຫວັດສາດສາຍພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022 ໃຫ້ຮູ້ວ່າ: ໃນອາທິດແຂ່ງຂັນທີ 4 (ແຕ່ 16 ໂມງ 00 ວັນທີ 4 ກໍລະກົດ ຫາ 15 ໂມງ 00 ວັນທີ 11 ກໍລະກົດ) ມີຜູ້ເຂົ້າຮ່ວມ 36.537 ຄົນດ້ວຍ 148.500 ເທື່ອ, ໃນນັ້ນມີຜູ້ຕອບຖືກທັງ 10 ຄົນຖາມກ່ວາ 4.000 ຄົນ. ຈຳນວນຜູ້ເຂົ້າຮ່ວມຖືສັນຊາດ ຫວຽດນາມ ແມ່ນ 36.363 ຄົນ, ສ່ວນຍັງເຫຼືອແມ່ນຜູ້ຖືສັນຊາດ ລາວ ແລະ ປະເທດອື່ນໆ.       ການແຂ່ງຂັນຄັ້ງນີ້ໄດ້ຮັບການຈັດຂຶ້ນຕາມຮູບແບບປາລະໄນແຕ່ລະອາທິດໃນເວບໄຊຂອງສື່ເອກເລັກໂຕນິກພັກກອມມູນິດ ຫວຽດນາມ, ສື່ສັງຄົມ VCNet ແລະ ບັນດາອົງການສື່ມວນຊົນສົມທົບກັນໃນເວລາ 12 ອາທິດຂອງການຈັດການແຂ່ງຂັນ, ແຕ່ວັນທີ 13/6/2022 – 5/9/2022. ການແຂ່ງຂັນເພື່ອແນໃສ່ສຶກສາມູນເຊື້ອການປະຕິວັດ, ເຮັດໃຫ້ປະຊາຊົນແຕ່ລະຄົນ, ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດເຂົ້າໃຈເລິກເຊິ່ງກ່ວາ ກ່ຽວກັບການພົວພັນມິດຕະພາບ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາລັດທິສັງຄົມນິຍົມຢູ່ແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ສອງ​ຝ່າຍ​ອອກ​ຖະ​ແຫຼງ​ການ​ຮ່ວມ

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ; ສອງ​ຝ່າຍ​ອອກ​ຖະ​ແຫຼງ​ການ​ຮ່ວມ

ຕອນບ່າຍວັນທີ 10 ມີນາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ ວັງ Merdeka, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ມີການພົບປະສອງຝ່າຍກັບທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto. ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີຍົກລະດັບການພົວພັນ ຫວຽດນາມ - ອິນໂດເນເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Prabowo Subianto ເຫັນດີສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດເລິກເຊິ່ງກວ່າອີກ ໂດຍຜ່ານການແລກປ່ຽນ, ພົບປະສອງຝ່າຍ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງໃນທຸກຊ່ອງທາງ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ສ້າງແຜນການເຄື່ອນໄຫວໂດຍໄວ ເພື່ອຂຸດຄົ້ນ ແລະ ຍົກລະດັບການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ.

Top