• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນແລະຈີນຈະຊ້ອມຮົບຮ່ວມ

      ທ່ານລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ Tea Banh ໃຫ້ຮູ້ວ່າ, ຕາມຂໍ້ຕົກລົງຂອງບັນດາຝ່າຍທີ່ບັນລຸໄດ້ຢູ່ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ຢ່າງບໍ່ເປັນທາງການຢູ່ສິງກະໂປ ໃນວັນທີ 06 ກຸມພາ

ອາຊຽນແລະຈີນຈະຊ້ອມຮົບຮ່ວມ
(ພາບ: AFP)
      ລັດຖະມົນຕີກະຊວງປ້ອງກັນປະເທດຂອງ 10 ປະເທດສະມາຊິກອາຊຽນ ແລະ ຈີນ ໄດ້ເຫັນດີດຳເນີນການຊ້ອມຮົບຮ່ວມໃນປີ 2018.
        ຕາມບາງແຫຼ່ງຂ່າວແລ້ວ, 2 ຝ່າຍຈະດຳເນີນ “ການຊ້ອມຮົບຮ່ວມບົນທະເລ ອາຊຽນ - ຈີນ” (ASEAN – China Maritime Exercise) ຄັ້ງໃນປີ 2018 ນີ້. ຄາດວ່າ, ການຊ້ອມຮົບຄັ້ງທຳອິດຈະດຳເນີນຢູ່ບໍລິເວນທະເລຂອງຈີນ, ອາດແມ່ນໃນເດືອນ ຕຸລາ. ຄັ້ງທີ 2 ຈະດຳເນີນຢູ່ບໍລິເວນທະເລຂອງປະເທດສະມາຊິກອາຊຽນ ປະເທດໜຶ່ງ, ອາດຈະແມ່ນຟີລິບປິນ ໃນເດືອນ ພະຈິກ ຫຼື ເດືອນທັນວາ 2018. ຕາມແຜນການແລ້ວ, 2 ຝ່າຍຈະດຳເນີນກອງປະຊຸມກະກຽມ 3 ຄັ້ງທັງຢູ່ສິງກະໂປ ແລະ ຈີນ ເພື່ອປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແຜນການດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top