• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນຢັ້ງຢືນແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ

      ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 54 (AMM-54) ໄດ້ດຳເນີນຫວ່າງມໍ່ໆມານີ້ ຕາມຮູບການທາງໄກ ໄດ້ແຈ້ງຖະແຫຼງການຮ່ວມ, ໃນນັ້ນໄດ້ເຕື້ອງເຖິງສະພາບການຢູ່ທະເລຕາເວັນອອກ. 
ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 54
ຕາມຮູບການທາງໄກ (ພາບ: TTXVN)
      ໃນຖະແຫຼງການຮ່ວມ, ລັດຖະມົນຕີ ບາງທ່ານໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການດັດສ້າງດິນ, ບັນດາການເຄື່ອນໄຫວ ແລະ ເຫດທີ່ຮ້າຍແຮງໃນພາກພື້ນ, ລວມມີ ການກໍ່ຜົນເສຍຫາຍຕໍ່ສິ່ງແວດລ້ອມທາງທະເລ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຫຼຸດລົງ, ເພີ່ມຄວາມເຄັ່ງຕຶງ, ແລະ ອາດຈະທຳລາຍສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.
            ກອງປະຊຸມໄດ້ຢັ້ງຢືນຄືນຄວາມຈຳເປັນໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນແລະກັນ, ຄວາມອົດກັ້ນດ້ວຍຕົນເອງເມື່ອປະຕິບັດບັນດາການເຄື່ອນໄຫວ ອາດຈະເຮັດໃຫ້ການຂັດແຍ້ງກັນ ສັບສົນຂຶ້ນຫຼື ປິນຂັ້ນໄດ ແລະ ກໍ່ຜົນສະທ້ອນຕໍ່ສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງຫຼີກລ້ຽງບັນດາການກະທຳອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ກອງປະຊຸມສືບຕໍ່ຢັ້ງຢືນ ຄວາມຕ້ອງການຊອກຫາການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ ໂດຍໄດ້ຮັບຮັບຮອງເອົາໃນວົງກ້ວາງ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top