• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ບັນດາປະເທດ ຄູ່ຮ່ວມມື ເຫັນດີ ຊຸກຍູ້ການລົງນາມໃນສັນຍາ RCEP ໃນປີ 2020 ຢູ່ ຫວຽດນາມ

ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ດໍາເນີນໃນລະຫວ່າງວັນທີ 2 – 4 ພະຈິກ ຢູ່ແຂວງ ນົນທະບູຣີ, ປະເທດ ໄທ, ບັນດາການນໍາ ອາຊຽນ ແລະ ບັນດາປະເທດ ຄູ່ຮ່ວມມືໄດ້ເຫັນດີສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). 

ທ່ານ ລັດຖະມົນຕີກະຊວງ ອຸດສາຫະກໍາ - ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ
  (ພາບ: TTXVN)

ການນໍາ  16 ປະເທດ ເຂົ້າຮ່ວມການເຈລະຈາສັນຍາດັ່ງກ່າວ ໄດ້ຕົກລົງເຫັນດີເປັນເອກະພາບບົນຫຼັກການທີ່ລະບຸໃນ 20 ພາກຂອງກອງສັນຍາ RCEP, ພ້ອມທັງເຫັນດີຊຸກຍູ້ການລົງນາມໃນສັນຍາສະບັບດັ່ງກ່າວໃນປີ 2020 ຢູ່ຫວຽດນາມ. ທ່ານ ລັດຖະມົນຕີກະຊວງ ອຸດສາຫະກໍາ - ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງໃຫ້ຮູ້ວ່າ:

“ນີ້ແມ່ນຂ່າວທີ່ດີ ບໍ່ພຽງແຕ່ສໍາລັບ ອາຊຽນ ເທົ່ານັ້ນ ຫາກນັບທັງ 6 ປະເທດ ຄູ່ຮ່ວມມືຂອງ ອາຊຽນ, ກໍຄືບັນດາພື້ນຖານເສດຖະກິດອື່ນໆໃນໂລກອີກດ້ວຍ. ສິ່ງດັ່ງກ່າວແມ່ນມີຄວາມໝາຍສໍາຄັນສໍາລັບໂຄງປະກອບການຄ້າທົ່ວໂລກ, ໃນສະພາບການ ການຄ້າທົ່ວໂລກພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເລື່ອງສ້າງຕັ້ງໂຄງປະກອບເສດຖະກິດ ແລະ ການຄ້າໃໝ່ ຢູ່ພາກພື້ນສໍາຄັນຂອງໂລກ ໃນສັນຍາ RCEP  ແມ່ນປັດໄຈໃໝ່ ເພື່ອສືບຕໍ່ປັບປຸງ ແລະ ເພີ່ມທະວີທ່າອ່ຽງໂລກາພິວັດ ຕາມທິດສ້າງຄວາມສະດວກດ້ານການຄ້າ ນໍາມາເຊິ່ງຜົນປະໂຫຍດລວມໃຫ້ແກ່ບັນດາປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ”.

ໂດຍເປັນປະທານອາຊຽນ ໃນປີ 2020, ຫວຽດນາມ ຈະແບກຫາບພາລະໜ້າທີ່ອັນສໍາຄັນ ນັ້ນແມ່ນ ຊຸກຍູ້ເພື່ອສິ້ນສຸດການເຈລະຈາບັນດາເນື້ອໃນທີ່ຫຍັງເຫຼືອຂອງສັນຍາ RCEP. ເມື່ອສັນຍາດັ່ງກ່າວ ໄດ້ລົງນາມແລ້ວ ຈະສ້າງວົງເງິນການຄ້າ ທີ່ກວມເອົາ 1/3 GDP ຂອງທົ່ວໂລກ, ດ້ວຍປະຊາກອນທັງໝົດແມ່ນ 3,56 ຕື້ ຄົນ ແລະ ສ້າງມູນຄ່າການຄ້າກວ່າ 1.000 ຕື້ USD. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top