• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ບັນດາຄູ່ຮ່ວມມືຢືນຢັນຄວາມຕັດສິນໃຈຊຸກຍູ້ດ້ານການຄ້າແລະການລົງທຶນ

ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການທາບທາມຄວາມເຫັນທາງອອນລາຍກ່ຽວກັບການຮ່ວມມືທາງດ້ານເສດຖະກິດລະຫວ່າງອາຊຽນ ແລະ ການາດາ.

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (AEM-52), ຕອນເຊົ້າວັນທີ 29 ສິງຫາ (ຕາມເວລາຫວຽດນາມ), ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການທາບທາມຄວາມເຫັນທາງອອນລາຍກ່ຽວກັບການຮ່ວມມືທາງດ້ານເສດຖະກິດລະຫວ່າງອາຊຽນ ແລະ ການາດາ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ, ເນັ້ນໜັກວ່າ.

        “ຍາມໃດ ການາດາ ກໍ່ແມ່ນຄູ່ຮ່ວມມື, ຄູ່ເຈລະຈາທີ່ສຳຄັນຂອງອາຊຽນ, ການຄ້າລະຫວ່າງ 2 ຝ່າຍໄດ້ເຕີບໂຕຢ່າງມີສະຖຽນລະພາບໃນຮອບເວລາ 10 ປີຜ່ານມາ, 2 ຝ່າຍໄດ້ມີການຮ່ວມມື, ຮ່ວມສຳພັນກັນທາງດ້ານເສດຖະກິດຢ່າງແໜ້ນແຟ້ນ. ການຄ້າ 2 ຝ່າຍບັນລຸໄດ້ 70 ຕື້ USD ໃນປີ 2019. ປີ 2020 ແມ່ນປີປະສົບກັບຄວາມຫຍຸ້ງຍາກທີ່ສຸດ ໃນສະພາບໂລກລະບາດໂຄວິດ-19 ພວມສົ່ງຜົນສະທ້ອນອັນໃຫຍ່ຫຼວງເຖິງການດຳລົງຊີວິດທາງດ້ານເສດຖະກິດ ແລະ ສັງຄົມຂອງແຕ່ລະປະເທດ. ໃນສະພາບການນັ້ນ, 2 ຝ່າຍຄວນຮັກສາການເຊື່ອມຕໍ່, ເພີ່ມທະວີການຮ່ວມມືເພື່ອຮັບມືກັບວິກິດການໃນຄັ້ງນີ້”.

        ສ່ວນທ່ານນາງ Mary Ng, ລັດຖະມົນຕີກະຊວງວິສາຫະກິດຂະໜາດນ້ອຍ, ສົ່ງເສີມການຄ້າ ແລະ ການຄ້າສາກົນຂອງການາດາ, ໃຫ້ຮູ້ວ່າ: ການາດາ ປາດຖະໜາຢາກສືບຕໍ່ແມ່ນຈຸດນັດພົບຂອງບັນດານັກລົງທຶນອາຊຽນ ແລະ 2 ຝ່າຍຈະພ້ອມກັນສ້າງພື້ນຖານຢ່າງໝັ້ນຄົງເຂັ້ມແຂງໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ໄດ້ດຳເນີນກອງປະຊຸມທາບທາມຄວາມເຫັນລັດຖະມົນຕີເສດຖະກິດອາຊຽນກັບອົດສະຕາລີ - ນິວຊີແລນ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 28 ສິງຫາ, ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ດຳເນີນກອງປະຊຸມຄັ້ງທີ 8 ກັບບັນດາຄູ່ຮ່ວມມືນອກກຸ່ມຢູ່ພາກພື້ນອາຊີຕາເວັນອອກ, ລວມມີບັນດາປະເທດຄື: ອົດສະຕາລີ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ນິວຊີແລນ, ສະຫະພັນລັດເຊຍ ແລະ ອາເມລິກາ (EAS-EMM).

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top