• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ຄູ່ຮ່ວມມືຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເປັນ ລະບຽບຮຽບຮ້ອຍໃນພາກພື້ນອີງຕາມກົດໝາຍ

      ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການຮ່ວມມື ແລະ ເຈລະຈາ, ຮັບປະກັນຄວາມໝັ້ນຄົງໃນພາກພື້ນ, ສ້າງຄວາມເປັນລະບຽບຮຽບຮ້ອຍອີງຕາມກົດໝາຍ ແມ່ນຄຳເຫັນຂອງຜູ້ແທນຫຼາຍທ່ານທີ່ເຂົ້າຮ່ວມກອງປະຊຸມນະໂຍບາຍຄວາມໝັ້ນຄົງ ເວທີປາໄສໃນພາກພື້ນ ອາຊຽນ (ASPC) ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 8 ກໍລະກົດ, ຕາມຮູບການທາງອອນລາຍ.

ທ່ານພົນໂທ ຫງວຽນຈີວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+) (ພາບ: baomoi.com) 
      ກອງປະຊຸມໂດຍທ່ານພົນໂທ ຫງວຽນຈີວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+) ຂອງຫວຽດນາມເປັນເຈົ້າພາບຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງ 26 ຄະນະຜູ້ແທນບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມື.
        ກ່າວຄຳເຫັນ ໄຂກອງປະຊຸມ, ທ່ານພົນໂທຫງວຽນຈີວິງໄດ້ຢັ້ງຢືນວ່າ ໂລກລະບາດ Covid – 19 ບໍ່ພຽງແຕ່ແມ່ນບັນຫາທາງດ້ານສາທາລະນະສຸກ, ສັງຄົມ, ເສດຖະກິດເທົ່ານັ້ນ ຫາກຍັງແມ່ນ ບັນຫາກ່ຽວຂ້ອງເຖິງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດອີດດ້ວຍ. ຕໍ່ໜ້າບັນດາສິ່ງທ້າທາຍນີ້, ທ່ານພົນໂທຫງວຽນຈີວິ້ງ ໄດ້ຢັ້ງຢືນວ່າຄວນມີການຮ່ວມມືຢ່າງກ້ວາງຂວາງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສະແດງເຈດຕະນາດີເພື່ອແກ້ໄຂທຸກໆບັນຫາດ້ານຄວາມໝັ້ນຄົງໃນພາກພື້ນບົນພື້ນຖານກົດໝາຍສາກົນໂດຍສັນຕິວິທີ.
ເຂົ້າຮ່ວມກອງປະຊຸມ, ທ່ານ Nishida yasunori ຮອງລັດຖະມົນຕີກະຊວງການປ້ອງກັນປະເທດຮັບຜິດຊອບການພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຍີ່ປຸ່ນໄດ້ເນັ້ນໜັກວ່າ ຍີ່ປຸ່ນສະໜັບສະໜູນຫຼັກໝັ້ນຂອງບັນດາປະເທດອາຊຽນ, ພິເສດແມ່ນຖະແຫຼງການຮ່ວມຂອງບັນດາການນຳທີ່ກອງປະຊຸມສຸດຍອດອາຊຽນ36 ໃນທ້າຍເດືອນມິຖຸນາທີ່ຜ່ານມາ.
ສ່ວນ ຜູ້ຕາງໜ້າສະຫະພາບເອີລົບກໍ່ຖືວ່າ: ບັນດາການກະທຳແບບພຽງລຳຟັງຝ່າຍດຽວຢູ່ພາກພື້ນຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງ, ນາບຂູ່ຕໍ່ຄວາມໝັ້ນຄົງ, ຄວາມປອດໄພ ແລະ ສັນຕິພາບຂອງພາກພື້ນ.
 (ແຫຼ່ງຄັດຈາກ VOV)
 
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top