• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ - ຈີນ ຈັດກອງປະຊຸມປຶກສາຫາລືການຮ່ວມມືເສດຖະກິດ ຕາມຮູບການອອນລາຍ

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ສືບຕໍ່ແມ່ນການໃຫ້ບຸລິມະສິດແຖວຫນ້າຂອງ ອາຊຽນ.

ກອງປະຊຸມອອນລາຍລະຫວ່າງບັນດາລັດຖະມົນຕີເສດຖະກິດ ອາຊຽນ ກັບບັນດາຄູ່ຮ່ວມມືນອກກຸ່ມ ລວມມີຈີນ (ພາບ: tinnhanhchungkhoan.vn)

ຕອນບ່າຍວັນທີ 27 ສິງຫາ ໄດ້ດຳເນີນກອງປະຊຸມອອນລາຍລະຫວ່າງບັນດາລັດຖະມົນຕີເສດຖະກິດ ອາຊຽນ ກັບບັນດາຄູ່ຮ່ວມມືນອກກຸ່ມ ລວມມີຈີນ. ກອງປະຊຸມ ແມ່ນນອນໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 52 ແລະບັນດາກອງປະຊຸມກ່ຽວຂ້ອງ ຊື່ງຈັດຂຶ້ນແຕ່ວັນທີ 22 – 29 ສິງຫາຕາມຮູບການອອນລາຍ.

ທີ່ກອງປະຊຸມ ບັນດາລັດຖະມົນຕີເສດຖະກິດ ສອງຝ່າຍ ໄດ້ຮັບຮອງເອົາບັນດາບາດກ້າວຮ່ວມມືຕໍ່ໄປ ເພື່ອແກ້ໄຂ ແລະ ຜັນຂະຫຍາຍບັນດາບັນຫາຍັງຄົງຄ້າງໃນ “ໂຄງການຮ່ວມມື” ຢ່າງຮອບດ້ານ. ສອງຝ່າຍ ຮັບຮູ້ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ສືບຕໍ່ແມ່ນການໃຫ້ບຸລິມະສິດແຖວຫນ້າຂອງອາຊຽນ ແລະເລື່ອງປຶກສາຫາລື ເຈລະຈາກ່ຽວກັບການຄ້າເສລີ ແລະການລົງທຶນເລິກກວ້າງກວ່າ ພຽງແຕ່ສາມາດປະຕິບັດໄດ້ພາຍຫລັງສັນຍາ RCEP ໄດ້ຮັບການລົງນາມ. ບັນດາທ່ານລັດຖະມົນຕີກໍ່ຢັ້ງຢືນເຖິງຄວາມສຳຄັນຂອງບັນດາຄວາມມານະພະຍາຍາມລວມລະຫວ່າງອາຊຽນ ແລະຈີນ ໃນການເພີ່ມທະວີການຮ່ວມມື ເພື່ອແນໃສ່ຊຸກຍູ້ການຄ້າ ແລະການລົງທຶນ ມຸ່ງໄປເຖິງການຟື້ນຟູເສດຖະກິດ ໄລຍະຫລັງໂລກລະບາດໂຄວິດ 19.

(ແຫຼ່ງຄັດຈາກ VOV)



ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top