ທ່ານ Anwar Ibrahim ໃຫ້ຮູ້ວ່າ: ອາຊຽນ ອາດຈະພິຈາລະນາປະຕິບັດບາງມາດຕະການເພື່ອຫລຸດຜ່ອນຄວາມສ່ຽງ ແລະ ປົກປ້ອງຜົນປະໂຫຍດຂອງບັນດາປະເທດສະມາຊິກ ແລະ ມາເລເຊຍ ຈະຈັດຕັ້ງກອງປະຊຸມຂັ້ນສູງ ອາຊຽນ ໃນວັນທີ 26 – 27 ພຶດສະພາຈະມາເຖິງ ສ່ວນຫລາຍແມ່ນສຸມໃສ່ເຂົ້າບັນດາບັນຫາເສດຖະກິດ. ກອງປະຊຸມແມ່ນໂອກາດເພື່ອດຶງດູດບັນດາຄູ່ຮ່ວມມືດ້ານການຄ້າຫລັກຂອງ ອາຊຽນ ແລະ ປັບປຸງໃຫ້ຄຳໝັ້ນສັນຍາຂອງກຸ່ມກ່ຽວກັບການຮ່ວມມືໂດຍອີງໃສ່ກົດໝາຍ.
ວັນທີ 17 ພຶດສະພາ, ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານ Tengku Datuk Seri Zafrul Abdul Aziz, ລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳ ມາເລເຊຍໃຫ້ຮູ້ວ່າ: ອາຊຽນ ພວມຊອກຫາວິທີການເປີດກວ້າງຖານະສະມາຊິກໃນສອງສັນຍາການຄ້າໃຫຍ່ຂອງພາກພື້ນ ນັ້ນແມ່ນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ (CPTPP) ຄືດັ່ງສ່ວນຫນຶ່ງຂອງຄວາມມານະພະຍາຍາມເຊື່ອມໂຍງເສດຖະກິດ.