• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ຮັບຮອງ​ເອົາ​ແຜນດໍາ​ເນີນ​ງານ​ຟື້ນ​ຟູ​ເສດຖະກິດ ອາຊຽນ - ຍີ່​ປຸ່ນ

ຕອນບ່າຍວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ໄດ້ເປັນປະທານກອງປະຊຸມອອນລາຍ ລັດຖະມົນຕີ ເສດຖະກິດ ລະຫວ່າງ ອາຊຽນ - ຍີ່ປຸ່ນ.

ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ (ພາບ: ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ) 

 ກອງປະຊຸມດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ປຶກສາຫາລື, ສ້າງບັນດາມາດຕະການແກ້ໄຂລະອຽດ ເພື່ອຜັນຂະຫຍາຍຄໍາໝັ້ນສັນຍາ ທີ່ໄດ້ລະບຸໃນ “ຖະແຫຼງການຮ່ວມຂອງລັດຖະມົນຕີບັນດາກະຊວງເສດຖະກິດ ລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບຂໍ້ລິເລີ່ມຟື້ນຟູເສດຖະກິດເພື່ອຮັບມືກັບໂລກລະບາດໂຄວິດ - 19” ເຊິ່ງສອງຝ່າຍໄດ້ຮັບຮອງເອົາໃນເດືອນ ເມສາ 2020 ເມື່ອໂລກລະບາດກ້າວເຂົ້າສູ່ໄລຍະສໍາຄັນ ແລະ ສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງການພັດທະນາເສດຖະກິດ ແລະ ຮັບປະກັນຊີວິດສັງຄົມໃນພາກພື້ນ ອາຊີ ແລະ ໃນທົ່ວໂລກ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາແຜນດໍາເນີນງານຟື້ນຟູເສດຖະກິດ ອາຊຽນ - ຍີ່ປຸ່ນ ເພື່ອແນໃສ່ບັນລຸໄດ້ 3 ເປົ້າໝາຍຕົ້ນຕໍ ນັ້ນແມ່ນ ທີໜຶ່ງ ຮັກສາບັນດາສາຍພົວພັນເສດຖະກິດແໜ້ນແຟ້ນລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ; ທີສອງ ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ທີ່ມີຕໍ່ພື້ນຖານເສດຖະກິດ ແລະ ທີສາມ ເພີ່ມທະວີກໍາລັງຄວາມສາມາດໃນການຟື້ນຟູເສດຖະກິດ./.

(ແຫຼ່ງຄັດຈາກ VOV)

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

ວັນ​ທີ 26 ພຶດ​ສະ​ພາ, ຢູ່​ສະ​ໂມ​ສອນ​ໃຫຍ່​ຂອງ​ອົງ​ການ​ອາ​ຫານ ແລະ ​ການກະ​ເສດ ແຫ່ງ ສ​ປ​ຊ (FAO) ຢູ່​ນະ​ຄອນຫຼວງ ຣົມ ຂອງ ອີ​ຕາ​ລີ, ໄດ້​ດຳ​ເນີນ​ເຫດ​ການ​ພິ​ເສດ​ໜຶ່ງ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ລັດ​ຖະ​ບານ ແອັດ​ສະ​ປາຍ, ດ້ວຍ​ຫົວ​ຂໍ້ “ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ໂພ​ຊະ​ນະ​ການ​ພາຍ​ໃຕ້​ກຳ​ລັງ​ກົດ​ດັນ: ຜົນ​ຕາມ​ມາ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ”.

Top