• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ການຮ່ວມມືດ້ານການທະຫານເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື

      ວັນທີ 16 ກັນຍາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍຫົວໜ້າກົມການຮົບກອງທັບບັນດາປະເທດ ອາຊຽນ ຄັ້ງທີ 10 (AMOM-10) ດ້ວຍຫົວຂໍ້ວ່າ “ການຮ່ວມມືດ້ານການທະຫານເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ກອງປະຊຸມທາງອອນລາຍຫົວໜ້າກົມການຮົບກອງທັບບັນດາປະເທດ ອາຊຽນ ຄັ້ງທີ 10  (ພາບ: TTXVN)
'      ປຶກສາຫາລືທີ່ກອງປະຊຸມ, ຜູ້ຕາງໜ້າກົມການຮົບກອງທັບບັນດາປະເທດ ອາຊຽນ ເນັ້ນໜັກວ່າ ບັນດາອົງການການຮົບກອງທັບບັນດາປະເທດ ອາຊຽນ ມີຄວາມໝາຍສຳຄັນ ດ້ວຍບົດບາດເປັນເສນາທິການໃຫ້ແກ່ການນຳກອງທັບບັນດາປະເທດ ໃນການສ້າງແຜນການ, ລາຍການຮ່ວມມືລວມ, ເພີ່ມທະວີກການຮ່ວມມືລະຫວ່າງບັນດາອົງການ. ສະນັ້ນ, ໃນໄລຍະຈະມາເຖິງ, ອົງການການຮົບກອງທັບບັນດາປະເທດ ອາຊຽນ ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການແລກປ່ຽນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ຍົກສູງຄວາມຮັບຮູ້, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງອົງການການຮົບກອງທັບບັນດາປະເທດ ອາຊຽນ.
        ສິ້ນສຸດກອງປະຊຸມ, ທ່ານພົນຕີ ທ໊າຍດ້າຍງອັກ, ຫົວໜ້າກົມການຮົບ, ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນພິທີມອບ-ຮັບຕຳແໜ່ງປະທານ AMOM ໃຫ້ຜູ້ຕາງໜ້າ ບຣູໄນ.
(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top