• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຂຽນ ແລະ ລັດເຊຍ ມານະພະຍາຍາມຊຸກຍູ້ການຟື້ນຟູ ແລະ ໂຄງປະກອບພາກພື້ນອາຊີ-ປາຊີຟິກ

      ຜູ້ຕາງໜ້າບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ເຫັນດີຈະເລີ່ມເຄື່ອນໄຫວບາງກົນໄກເຈລະຈາລະຫວ່າງອາຊຽນ ແລະ ສະຫະພັນລັດເຊຍ.
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ
(ພາບ: dangcongsan.vn)
      ວັນທີ 06 ກໍລະກົດ, ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ - ລັດເຊຍ ໄດ້ດຳເນີນທາງອອນລາຍ ພາຍໃຕ້ການເປັນປະທານຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi ແລະ ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov.
        ຢູ່ທີ່ນີ້, ຜູ້ຕາງໜ້າບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ເຫັນດີຈະເລີ່ມເຄື່ອນໄຫວບາງກົນໄກເຈລະຈາລະຫວ່າງອາຊຽນ ແລະ ສະຫະພັນລັດເຊຍ. ຕໍ່ໜ້າສະພາບໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນ, 2 ຝ່າຍໄດ້ຢືນຢັນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຍູ້ການແຜ່ລະບາດຂອງບັນດາໄວຣັດສາຍພັນໃໝ່ໃຫ້ຖອຍໄປ; ສົມທົບກັນຢູ່ພາກພື້ນ ແລະ ທົ່ວໂລກໃນການແຈກຢາຍວັກຊິນເຖິງປະຊາຊົນໃນພາກພື້ນ. ບັນດາປະເທດອາຊຽນ ໄດ້ເຫັນດີນຳກັນສົມທົບກັບສະຫະພັນລັດເຊຍ ເພື່ອຊຸກຍູ້ດ້ານການຄ້າ, ການລົງທຶນ, ຮັກສາລະບົບການສະໜອງຢູ່ພາກພື້ນ, ເພີ່ມທະວີການຮ່ວມມືລະຫວ່າງສຳພັນທະມິດເສດຖະກິດອາຊີ-ເອີລົບ (EAEU) ກັບອາຊຽນ.
        ເຂົ້າຮ່ວມກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ສະເໜີໃຫ້ 2 ຝ່າຍຄວນສົມທົບກັນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນຢ່າງບໍ່ຢຸດຢັ້ງ, ຖືກົດໝາຍສາກົນເປັນສຳຄັນເພື່ອຮັບມືກັບບັນດາສິ່ງທ້າທາຍນາບຂູ່ເຖິງສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຂອງລັດເຊຍ ແລະ ອາຊຽນ. ທ່ານລັດຖະມົນຕີ ບຸນແທງເຊີນ ຢືນຢັນຄຳໝັ້ນສັນຍາຂອງອາຊຽນ ໃນການຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ ຢ່າງມີປະສິດທິພາບ, ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງ ບັນດາຜົນສຳເລັດເຊິ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ.

Top