ຂ່າວສານ
ອັດຄ້າຍລະດູແລ້ງ ຫວຽດນາມ 2026: ວິວັດການມໍລະດົກ, ສືບທອດແປວໄຟກົກເຄົ້າເຫງົ້າກໍໄດ້ອັດລົງ
ຕອນຄ່ຳວັນທີ 24 ກໍລະກົດ, ຢູ່ສະໜາມຫຼວງ 2 ເມສາ, ຕາແສງ ຍາຈາງ, ແຂວງແຄ້ງຮວ່າ ໄດ້ດຳເນີນພິທີອັດລາຍການຄ້າຍລະດູແລ້ງ ຫວຽດນາມ 2026. ກ່າວຄຳເຫັນທີ່ພິທີອັດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:
ຂ້າພະເຈົ້າຫວັງວ່າ ພວກນ້ອງໆຍາມໃດກໍຈະມີຄວາມເອກອ້າງທະນົງໃຈວ່າ ເຮົາແມ່ນຄົນຫວຽດ ແລະ ດ້ວຍພູມປັນຍາ, ຄວາມເມດຕາປານີ ແລະ ຈິດໃຈອຸທິດສ່ວນຂອງຕົນ, ພວກນ້ອງໆຈະປະກອບສ່ວນເພື່ອໃຫ້ເພື່ອນມິດສາກົນ ເຂົ້າໃຈກວ່າ, ຮັກປະເທດ ແລະ ຊາວຫວຽດນາມກວ່າ. ພ້ອມທັງຈະປະກອບສ່ວນເຂົ້າການພັດທະນາຂອງປະເທດຊາດ, ບ້ານເກີດເມືອງນອນ. ຂ້າພະເຈົ້າຍາມໃດກໍ່ເຊື່ອໝັ້ນວ່າ ມໍລະດົກບໍ່ພຽງແຕ່ແມ່ນບັນດາສິ່ງທີ່ໄດ້ຮັກສາມາແຕ່ອະດີດຕະການເທົ່ານັ້ນ ຫາກຍັງແມ່ນບັນດາຄຸນຄ່າໂດຍແຕ່ລະລຸ້ນຄົນຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ອະນາຄົດ. ຂ້າພະເຈົ້າຫວັງວ່າ ພວກນ້ອງໆຈະແມ່ນຜູ້ສືບຕໍ່ວິວັດການນັ້ນດ້ວຍນ້ຳໃຈຮັກບ້ານເກີດເມືອງນອນ, ດ້ວຍຄວາມຮັບຜິດຊອບ ແລະ ດ້ວຍບັນດາວຽກງານທີ່ດີງາມຂອງຕົນ.
ໃນ 14 ວັນ, “ວິວັດການມໍລະດົກ, ສືບທອດແປວໄຟກົກເຄົ້າເຫງົ້າກໍ” ໄດ້ໄປຜ່ານເສັ້ນທາງເກືອບ 1.500 ກີໂລແມັດ, ຜ່ານ 8 ແຂວງ, ນະຄອນ, ມີຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ຕ່າງປະເທດກວ່າ 100 ຄົນທີ່ມາຈາກ 32 ປະເທດ ແລະ ເຂດແຄ້ວນ ໄດ້ລົງຕົວຈິງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຄື: ຢ້ຽມຊົມບ້ານເກີດ ປະທານ ໂຮ່ຈີມິນ ຢູ່ເງະອານ, ຖະຫວາຍທູບທຽນຢູ່ ທ່າກຳປັ່ນ ລອງດ້າຍ (ກວ໋າງຈິ)… ເຊິ່ງໄດ້ຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ກົກເຄົ້າເຫງົ້າກໍຂອງຕົນຢ່າງເລິກເຊິ່ງ ແລະ ຫຼາຍກວ່າອີກ.






