ຂ່າວສານ

ອັດ​ຄ້າຍລະດູ​ແລ້ງ ຫວຽດ​ນາມ 2026: ​ວິ​ວັດ​ການ​ມໍ​ລະ​ດົກ, ສືບ​ທອດ​ແປວ​ໄຟ​ກົກ​ເຄົ້າ​ເຫງົ້າ​ກໍໄດ້ອັດລົງ

ໃນ 14 ວັນ, “ວິວັດການມໍ​ລະ​ດົກ, ສືບ​ທອດ​ແປວ​ໄຟ​ກົກ​ເຄົ້າ​ເຫງົ້າ​ກໍ” ໄດ້​ໄປ​ຜ່ານ​ເສັ້ນ​ທາງ​ເກືອບ 1.500 ກີ​ໂລ​ແມັດ, ຜ່ານ 8 ແຂວງ, ນະ​ຄອນ, ມີ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດກວ່າ 100 ຄົນ​ທີ່​ມາ​ຈາກ 32 ປະ​ເທດ ແລະ ເຂດ​ແຄ້ວນ.
ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ (ພາບ: VNA)

ຕອນ​ຄ່ຳ​ວັນ​ທີ 24 ກໍ​ລະ​ກົດ, ຢູ່​ສະ​ໜາມຫຼວງ 2 ເມ​ສາ, ຕາ​ແສງ ຍາ​ຈາງ, ແຂວງ​ແຄ້ງ​ຮວ່າ ໄດ້​ດຳ​ເນີນ​ພິ​ທີ​ອັດ​ລາຍ​ການ​ຄ້າຍ​ລະດູ​ແລ້ງ ຫວຽດ​ນາມ 2026. ກ່​າວຄຳ​ເຫັນ​ທີ່​ພິ​ທີ​ອັດ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ເນັ້ນ​ໜັກ​ວ່າ:

ຂ້​າ​ພະ​ເຈົ້າ​ຫວັງ​ວ່າ​ ພວກ​ນ້ອງໆ​ຍາມ​ໃດ​ກໍຈະ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ ເຮົາ​ແມ່ນ​ຄົນ​ຫວຽດ ແລະ ດ້ວຍ​ພູມ​ປັນ​ຍາ, ຄວາມ​ເມດ​ຕາ​ປາ​ນີ ແລະ ຈິດ​ໃຈ​ອຸ​ທິດ​ສ່ວນ​ຂອງ​ຕົນ, ພວກ​ນ້ອງໆ​ຈະ​ປະ​ກອບ​ສ່ວນ​ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ ເຂົ້າ​ໃຈ​ກວ່າ, ຮັກ​ປະ​ເທດ ແລະ ຊາວ​ຫວຽດ​ນາມກວ່າ. ພ້ອມ​ທັງ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທ​ະ​ນາ​ຂອງ​ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງນອນ. ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ​ວ່າ ມໍ​ລະ​ດົກ​ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ສິ່ງ​ທີ່​ໄດ້​ຮັກ​ສາມາ​ແຕ່​ອະ​ດີດ​ຕະ​ການເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບັນ​ດາ​ຄຸນ​ຄ່າ​ໂດຍ​ແຕ່​ລະ​ລຸ້ນ​ຄົນ​ຈະສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ອະ​ນາ​ຄົດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພວກ​ນ້ອງໆ​ຈະ​ແມ່ນ​ຜູ້​ສືບ​ຕໍ່​ວິ​ວັດ​ການ​ນັ້ນ​ດ້ວຍ​ນ້ຳ​ໃຈ​ຮັກ​ບ້ານ​ເກີດ​ເມືອງນອນ, ດ້ວຍ​ຄວາມ​ຮັບ​ຜິດ​ຊອບ ແລະ ດ້ວຍບັນ​ດາ​ວຽກ​ງານ​ທີ່​ດີ​ງາມ​ຂອງ​ຕົນ.

ໃນ 14 ວັນ, “ວິວັດການມໍ​ລະ​ດົກ, ສືບ​ທອດ​ແປວ​ໄຟ​ກົກ​ເຄົ້າ​ເຫງົ້າ​ກໍ” ໄດ້​ໄປ​ຜ່ານ​ເສັ້ນ​ທາງ​ເກືອບ 1.500 ກີ​ໂລ​ແມັດ, ຜ່ານ 8 ແຂວງ, ນະ​ຄອນ, ມີ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດກວ່າ 100 ຄົນ​ທີ່​ມາ​ຈາກ 32 ປະ​ເທດ ແລະ ເຂດ​ແຄ້ວນ ໄດ້​ລົງ​ຕົວ​ຈິງຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຄື: ຢ້ຽມ​ຊົມ​ບ້ານ​ເກີດ ​ປະ​ທານ​ ໂຮ່​ຈີ​ມິນ ​ຢູ່​ເງະ​ອານ, ຖະ​ຫວາຍ​ທູບ​ທຽນ​ຢູ່ ທ່າ​ກຳ​ປັ່ນ ​ລອງ​ດ້າຍ (ກວ໋າງ​ຈິ)… ເຊິ່ງ​ໄດ້ຊ່ວຍ​ໃຫ້ພວກ​ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​​ກ່ຽວ​ກັບ​ປະ​ຫວັດ​ສາດ ແລະ ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຕົນຢ່າງ​ເລິກ​ເຊິ່ງ ແລະ ຫຼາຍກວ່າ​ອີກ.


top