• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ທ​ະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 11

ຕອນບ່າຍວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ ກອງປະຊຸມສຳມະນາສາກົນ ຄັ້ງທີ 11 ກ່ຽວກັບທະເລຕາເວັນອອກດ້ວຍຫົວຂໍ້ “ທະເລຕາເວັນອອກ: ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາພາກພື້ນ” ໂດຍສະຖາບັນການຕ່າງປະເທດ (DAV), ກອງທຶນໜູນຊ່ວຍຄົ້ນຄ້ວາທະເລຕາເວັນອອກ (FESS) ແລະ ສະມາຄົມທະນາຍຄວາມ ຫວຽດນາມ (VLA) ຈັດຕັ້ງຂຶ້ນນັ້ນໄດ້ສິ້ນສຸດລົງຢ່າງຈົບງາມ.

ກອງປະຊຸມສຳມະນາ ໃນຕອນເຊົ້າວັນທີ 6 ພະຈິກ (ພາບ: TTXVN) 

ໃນການເຮັດວຽກມາເປັນເວລາ 2 ວັນນັ້ນ, ມີບົດກ່າວປາໄສຫຼາຍບົດໄດ້ນຳສະເໜີ, ປຶກສາຫາລື, ແລກປ່ຽນ, ໃນນັ້ນໄດ້ເຕື້ອງເຖິງໂດຍກົງກ່ຽວກັບບັນດາບັນຫາເຄັ່ງຮ້ອນຢູ່ທະເລຕາເວັນອອກໃນປັດຈຸບັນ ແລະ ໄດ້ວາງອອກບັນດາຂໍ້ສະເໜີແນະຢ່າງແທດຈິງ.

        ບັນດານັກບັນລະຍາຍ ໄດ້ຕີລາຄາສະພາບການຕົວຈິງຢູ່ທະເລຕາເວັນອອກໃນໄລຍະທີ່ຜ່ານມາ, ຜ່ານນັ້ນໄດ້ສະເໜີໃຫ້ບັນດາວິທີການແກ້ໄຂກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວບຄຸມ ແລະ ແກ້ໄຂການຂັດແຍ່ງເພື່ອຮັກສາສັນຕິພາບ, ສະຖຽນສະພາບຢູ່ທະເລຕາເວັນອອກ ເທື່ອລະກ້າວ. ມີຫຼາຍຄຳຄິດເຫັນໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການເປີດກ້ວາງການຜັນຂະຫຍາຍບັນດາຮາກຖານນຳໃຊ້ປະໂຫຍດສອງຢ່າງ ໃນນາມກິດຈະກຳກໍ່ສ້າງພົນລະເຮືອນຢູ່ທະເລຕາເວັນອອກ. ຄຽງຄູ່ກັນນັ້ນ, ການແກ້ງແຍ້ງຊັບພະຍາກອນທຳມະຊາດ ຢູ່ທະເລ,ຄືອູ່ປາ ແລະ ການຂຸດຄົ້ນຊັບພະຍາກອນນ້ຳມັນອາຍແກັດ ແມ່ນໜຶ່ງໃນບັນດາປັດໄຈກໍ່ຄວາມຂາດສະຖຽນລະພາບ ແລະ ສ້າງຜົນສະທ້ອນເຖິງຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top