• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 15

ວັນທີ 26 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ກອງປະຊຸມສຳມະນາສາກົນ ກ່ຽວກັບທະເລ ຕາເວັນອອກໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ ສອງວັນ.
ພິທີ ອັດກອງປະຊຸມວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 15 (ພາບ: dangcongsan.vn)

ສິ້ນສຸດບັນດາວາລະປຶກສາຫາລື ແລະ ບົດກ່າວຄຳເຫັນ, ບັນດານັກປະຖະກະຖາທີ່ເຂົ້າຮ່ວມກອງປະຊຸມສຳມະນາ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ສະເໜີການຫັນເວທີປາໄສຕຳຫຼວດທະເລ ຂອງ ອາຊຽນ ເປັນລະບອບລະບຽບການ. ບັນດານັກປະຖະກະຖາ ກໍ່ຖືວ່າ ການຫັນການຂຸດຄົ້ນ, ຜະລິດ ແລະ ນຳໃຊ້ພະລັງງານ, ຊັບພະຍາກອນທາງທະເລເປັນສີຂຽວ ແລະ ຍືນຍົງ ແມ່ນທ່າອ່ຽງທີ່ບໍ່ສາມາດຕ່າວປິ້ນໄດ້. ຜູ້ຕາງໜ້າໄວໜຸ່ມມາຈາກ ບັນດາປະເທດ ອາຊຽນ ກໍ່ໄດ້ເຂົ້າຮ່ວມການປຶກສາຫາລືກ່ຽວກັບບັນດາຄວາມວິຕົກກັງວົນຂອງລຸ້ນໜຸ່ມໃນບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ພ້ອມທັງແບ່ງປັນບາງແນວຄວາມຄິດ ຂໍ້ສະເໜີແນະ ເພື່ອໃຫ້ທະເລຕາເວັນອອກກາຍເປັນແຫ່ງສັນຕິພາບ, ມີສະຖຽນລະພາບ ແລະ ວັດທະນາຖາວອນ.

ເຂົ້າຮ່ວມກອງປະຊຸມສຳມະນາແບບທາງໄກ, ທ່ານນາງ Paola Pampaloni ຮັກສາການຫົວໜ້າກົມອາຊີ - ປາຊີຟິກ, ອົງການການຕ່າງປະເທດ ສະຫະພາບເອີລົບ (EEAS) ຢັ້ງຢືນວ່າ EU ຖືເປັນສຳຄັນລັດທິຫຼາຍຝ່າຍ, ທ່ານນາງໃຫ້ຮູ້ວ່າ EU ມີຜົນປະໂຫຍດດ້ານຍຸດທະສາດ ແລະ ເສດຖະກິດເປັນຕາຍ ທີ່ຕິດພັນກັບຄວາມໝັ້ນຄົງຢູ່ທະເລ ແລະ ຄວາມວັດທະນາຖາວອນຂອງບັນດາປະເທດ ແຄມທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top