• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດຊຸດຝຶກອົບຮົມໄລຍະສັ້ນໃຫ້ພະນັກງານແນວລາວສ້າງຊາດປີ 2016

ພິ​ທີອັດ​ຊຸດ​ຝຶກ​ອົບ​ຮົ​ມ​ໄລ​ຍະ​​ສັ້ນ​ໃຫ້​ພະ​ນັກ​ງານ​ແນວ​ລາວ​ສ້າງ​ຊາດ​ປີ 2016
(ພາບ: TTXVN)
      ພິ​ທີອັດ​ຊຸດ​ຝຶກ​ອົບ​ຮົ​ມ​ໄລ​ຍະ​​ສັ້ນ​ໃຫ້​ພະ​ນັກ​ງານ​ແນວ​ລາວ​ສ້າງ​ຊາດ​ປີ 2016 ຖືກ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 17/12, ຢູ່​ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານສາດ​ສະ​ດາ​ຈານ ຫງວຽນ​ທ​້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ; ທ່ານ​ຮອງ​ປະ​ທານ​ແນວ​ລາວ ສ້າງ​ຊາດ ຈັ​ນ​ທະ​ວົງ ແສນ​ອາ​ມາດ​ມົນ​ຕີ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ​, ທ່ານ​ປະ​ລິ​ຍາ​ເອກ ເຈີ​ນ​ແທງ​ເມີ້ນ, ຮອງ​ປະ​ທານ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຕີ​ລ​າ​ຄາ​ສູງ​​ຕໍ່​ການ​ຮ່ຳ​ຮຽນ​ຢ່າງເຂັ້ມ​ງວດ, ມີ​ຄວາມ​ຮັບຜິດ​ຊອບ​ຂອງ​ບັນ​ດາ​ສຳ​ມະ​ນາ​ກອນ​ທີ່​ເຂົ້າ​ຮ່ວມ​ບັນ​ດາ​ເນື້ອ​ໃນ, ການ​ເຄື່ອນ​ໄຫວ​ຂອງ​ຊຸດ​​ຝຶ​ກ​ອົບ​ຮົມ​ທີ່​ໄດ້​ວາງ​ອອກ​ຢ່າງ​ຄົບ​ຊຸດ. ທ່ານ​ປະ​ລິ​ຍາ​ເອກ ເຈີ​ນ​ແທງ​ເມີ້ນ ປາດ​ຖະ​ໜາ​ວ່າ, ​ພາຍ​ຫຼັງຊຸດ​ຝ​ຶກ​ອົບ​ຮົມ​, ບັນ​ດາ​ພະ​ນັກ​ງານ​ແນວ​ລ​າວ​ສ້າງ​ຊາດ ຈະ​ນຳ​ໃຊ້​ບັນ​ດາ​ເນື້ອໃນ, ບົດ​ຮຽນ​ເພື່ອ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ໄຫວ​ພິບ, ປະ​ກອບ​ສ່ວນ​ເຮັດ​ໃຫ້ວຽກ​ງານ​ແນວ​ລາວ​ສ້າງ​ຊາດ ພັດ​ທະ​ນາ​ຢ່າງ​ໝັ້​ນ​ຄົງ, ເຂັ້ມ​ແຂງ; ສືບ​ຕໍ່​ເປັນ​ເສນ​າທິ​ການ, ປະ​ກອບ​​ບັນ​ດາຂໍ້​ລິ​ເລີ່ມ​ໃໝ່​ກ່ຽວ​ກັບ​ລາຍ​ການ​ສົ​ມ​ທົບ​ກັນ, ຮ່ວມ​ມື​ລະ​ຫວ່າງ​ແນວ​ໂຮມ 2 ປະ​ເທດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top